-->

ລັດໃຊ້ງົບເກືອບໜຶ່ງພັນຕື້ກີບ ພັດທະນາພື້ນຖານໂຄງລ່າງ ແຂວງໄຊສົມບູນ

ລັດຖະບານ​ໄດ້​ໃຊ້​ງົບ​ເກືອບ 1 ພັນ​ຕື້​ກີບ ເພື່ອ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ໂດຍ​ສະເພາະ​ກໍ່ແມ່ນ​ເສັ້ນທາງ ຈຳນວນ 3 ເສັ້ນ ຢູ່​ພາຍ​ໃນ​ແຂວງ​ໄຊ​ສົມບູນ ເຊິ່ງເປັນ​ແຂວງ​ໃໝ່ ເພື່ອ​ເປັນ​ການສ້າງ​ເສັ້ນທາງ​ຄົມມະນາຄົມ ເຊື່ອມ​ຕໍ່​ລະຫວ່າງ​ເມືອງ​ຕໍ່​ເມືອງ ແລະ ແຂວງ​ໄຊ​ສົມບູນ​ໄປ​ຫາແຂວງ​ອ້ອມ​ຂ້າງ ເປັນຕົ້ນ​ກໍ່​ແມ່ນທະລຸ​ໃສ່​ແຂວງ​ຊຽງ​ຂວາງ ບໍ​ລິຄຳ​ໄຊ ວຽງ​ຈັນ ແລະ ນະຄອນຫຼວງ​ວຽງ​ຈັນ ເພື່ອ​ເຮັດ​ໃຫ້ການໄປ​ມາ ກໍ່​ຄື​ການ​ຄົມມະນາຄົມ-ຂົນສົ່ງ​ມີ​ຄວາມ​ສະດວກ ເນື່ອງຈາ​ກວ່າ​ເສັ້ນທາງ​ດັ່ງກ່າວ​ນີ້ ​ມີ​ບົດບາດ​ສຳຄັນ​ຕໍ່​ການ​ພັດທະນາ​ເສດຖະ​ກິດ-ສັງຄົມ​ຂອງ​ແຂວງ​ໄຊ​ສົມບູນ.

ພິທີ​ເຊັນ​ສັນຍາ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ປູຢາງ​ສອງ​ຊັ້ນ 3 ເສັ້ນທາງ​ພາຍ​ໃນ​ແຂວງ​ໄຊ​ສົມບູນ ໄດ້​ມີ​ຂຶ້ນ​ວັນ​ທີ 3 ກຸມພາ 2014 ຜ່ານ​ມາ​ນີ້ ທີ່​ສະໂມສອນຫ້ອງ​ວ່າການ​ປົກຄອງ​ແຂວງ​ໄຊສົມບູນ ຮ່ວມ​ລົງ​ນາມ​ຄັ້ງ​ນີ້ ຕາງໜ້າ​ໃຫ້​ລັດຖະບານ​ກໍ່​ຄື​ເຈົ້າ​ຂອງໂຄງການ​ໂດຍ​ແມ່ນ​ທ່ານ ​ດຣ. ສົມບັດ ເຢຍ​ລີ​ເຮີ ເລຂາ​ພັກແຂວງ ເຈົ້າແຂວງ​ໄຊ​ສົມບູນ ທ່ານ ​ດຣ. ຄຳ​ລຽນ ພົນ​ເສນາ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຜນການ ແລະ ການ​ລົງທຶນ ແລະ ຕາງໜ້າ​ຜູ້​ຮັບ​ເໝົາ​ກໍ່ສ້າງ 3 ບໍລິສັດ ໂດຍ​ແມ່ນ​ທ່ານ ວິໄລ ສີ​ລາຊາ ປະທານ​ບໍລິສັດ ທະວີໂຊກພັດທະນາ​ກໍ່ສ້າງ ຈຳກັດ ທ່ານ ຄຳ​ໄຊ ບຸນ​ມີ​ສີດາ​ວົງ ຜູ້​ອຳນວຍ​ການ​ບໍລິສັດ ຫຼັກໄຊກໍ່ສ້າງຂົວ-ທາງ ຈຳກັດ​ຜູ້​ດຽວ ແລະ ທ່ານ ບຸນ​ທັນ ປັນຍາ​ທິ​ລາດ ຜູ້​ອຳນວຍ​ການ​ບໍລິສັດ ປັນຍາ​ທິ​ລາດກໍ່ສ້າງ​ຂົວ-ທາງເຄຫາ ແລະ ຊົນລະ​ປະທານ ຈຳກັດ ຊຶ່ງ​ມີ​ບັນດາທ່ານ​ຮອງ​ເຈົ້າແຂວງ ຄະນະ​ປະຈຳ​ພັກ ຄະນະ​ພັກ​ແຂວງ ທ່ານເຈົ້າເມືອງ ຫົວໜ້າ ຮອງ​ຫົວໜ້າກົມ ກະຊວງ​ກ່ຽວຂ້ອງ ແລະ ພະນັກງານ​ທີ່​ກ່ຽວຂ້ອງ​ທັງ​ສອງຝ່າຍ ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

ທ່ານ ໄຊ​ສົມ​ພັນ ສີ​ເຕັງ​ເບຼຍ​ຈື່ ຫົວໜ້າ​ພະ​ແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ ​ແຂວງ​ໄຊ​ສົມບູນ ຕາງໜ້າ​ໃຫ້​ເຈົ້າ​ຂອງ​ໂຄງການ ໄດ້​ຂຶ້ນ​ລາຍ​ງານ​ຫຍໍ້​ກ່ຽວ​ກັບ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ປູຢາງ​ສອງ ຊັ້ນ 3 ເສັ້ນທາງ​ພາຍ​ໃນ​ແຂວງໄຊ​ສົມບູນ ຊຶ່ງ​ໄດ້​ຮູ້​ວ່າ: ໂຄງການ​ດັ່ງກ່າວ​ນີ້ ​ເປັນ​ໂຄງການ​ບຸລິມະສິດ​ຂອງ​ລັດຖະບານ ເຊິ່ງ​ໄດ້​ຮັບ​ການ​ຮ່ວມ​ມື​ຈາກ​ຫຼາຍພາກສ່ວນ ໂດຍ​ສະເພາະ​ແມ່ນ ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ຂັ້ນ​ເທິງຢ່າງ​ໃກ້ຊິດ ຈຶ່ງ​ເຮັດ​ໃຫ້​ໂຄງການດັ່ງກ່າວ​ນີ້​ ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ ໂດຍ​ມີ​ໄລຍະ​ເວລາ​ການ​ກໍ່ສ້າງ​ແມ່ນ 24 ເດືອນ ກໍ່​ຄື​ໃຫ້ສຳເລັດ​ທ້າຍ​ເດືອນ​ທັນວາ 2015 ຊຶ່ງ​ໂຄງການ​ດັ່ງກ່າວ​ແມ່ນ​ພະແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ ແຂວງ​ໄຊ​ສົມບູນ ​ເປັນ​ເຈົ້າ​ຂອງໂຄງການ ສ່ວນ​ບໍລິສັດ​ທີ່​ປຶກສາແມ່ນ​ລັດ​ວິ​ສາ​ຫະ​ກິດ ວິສະວະກຳຄົມມະນາຄົມ ແລະ ມີ 3 ບໍ​ລິສັດ​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ​ຄື​ດັ່ງນີ້:

1. ເສັ້ນທາງ​ແຕ່​ບ້ານ​ຜາ​ສະຫງົບ ເມືອງ​ອາ​ນຸ​ວົງ​ຫາ​ບ້ານ​ວຽງທອງ ເມືອງ​ທ່າ​ໂທມ ແຂວງ​ໄຊສົມບູນ ຄວາມ​ຍາວ 50,01ກິໂລແມັດ ພ້ອມ​ດ້ວຍຂົວ​ເບ​ຕົງ 4ແຫ່ງ ຍາວ​ທັງ​ໝົດ 267ແມັດ ໃນ​ນັ້ນ​​ມີຂົວ​ນ້ຳ​ງຽບ​ຍາວ 165ແມັດ ໂດຍ​ແມ່ນ​ບໍລິສັດ ​ທະວີໂຊກພັດທະນາ​ກໍ່ສ້າງ ຈຳກັດ ເປັນ​ຜູ້​ຮັບເໝົາ​ກໍ່ສ້າງ ໃນ​ມູນ​ຄ່າ 356,89ຕື້​ກີບ.

2. ເສັ້ນທາງ​ແຕ່​ບ້ານ​ພູ​ຫົວຊ້າງຫາ​ບ້ານ​ອ່າວ​ໃຕ້ ເມືອງ​ອານຸ​ວົງ ແຂວງ​ໄຊ​ສົມບູນ ຄວາມຍາວ 30,50ກິໂລແມັດ ພ້ອມດ້ວຍ​ຂົວ​ເບ​ຕົງ 2ແຫ່ງ ຍາວ​ທັງໝົດ 55,60ແມັດ ໂດຍ​ແມ່ນບໍລິສັດ ຫຼັກໄຊກໍ່ສ້າງ​ຂົວ-ທາງ ຈຳກັດ​ຜູ້​ດຽວ ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ ໃນ​ມູນ​ຄ່າ 263,36 ຕື້​ກີບ.

3. ເສັ້ນທາງ​ແຕ່​ຂົວ​ນ້ຳ​ຍອນຫາ​ບ້ານ​ລ້ອງ​ແຈ້ງ ເມືອງ​ລ້ອງແຈ້ງ ແຂວງ​ໄຊ​ສົມບູນ ຄວາມຍາວ 40ກິໂລແມັດ ພ້ອມ​ດ້ວຍຂົວ​ເບ​ຕົງ 3ແຫ່ງ ຍາວ​ທັງ​ໝົດ 100ແມັດ ໂດຍ​ແມ່ນ​ບໍລິສັດ ປັນຍາ​ທິ​ລາດ​ກໍ່ສ້າງ​ຂົວ-ທາງ ເຄຫາ ແລະ ຊົນລະປະທານ ຈຳກັດ ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ ໃນ​ມູນ​ຄ່າ 304,02ຕື້​ກີບ.

ຂ່າວຈາກ:​ vientianemai.net

ລາຍການທີ່ກ່ຽວຂ້ອງ

ເສດຖະກິດ 276803776130847685

Post a Comment

emo-but-icon

ຕິດຕາມພວກເຮົາ

ຍອດນິຍົມ

ຕິດຕໍ່ພວກເຮົາທາງ facebook

ປະຊາສຳພັນ




item