-->

ເບິ່ງສະພາບການເຫນັງຕີງຂອງ ລາຄານ້ຳມັນຢູ່ພາຍໃນໄລຍະ 10 ປີ

      

       ນ້ຳ­ມັນ​ແມ່ນ​ຫນຶ່ງ​ໃນ​ສິນ­ຄ້າ​ອັນ​ຈຳ­ເປັນ​ສຳ­ລັບ​ການ​ດຳ­ລົງ​ຊີ­ວິດ​ຂອງ​ຄົນ​ເຮົາ​ຢ່າງ​ຕັດ­ຂາດ​ອອກໄດ້​ຍາກ​ເປັນ­ຕົ້ນ​ແມ່ນ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ຜະ­ລິດ​ກະ­ສິ­ກຳ​ຕະ­ຫລອດ​ຮອດ​ການ​ຄົມ­ມະ­ນາ ­ຄົມ​ຂົນ­ສົ່ງ ແລະ ວຽກ​ງານ​ອື່ນໆ ຈິ່ງ​ເຮັດ​ໃຫ້​ໃນ​ຜ່ານ​ມາ​ຫາກ​ລາ­ຄາ​ນ້ຳ­ມັນ​ຢູ່​ຕະ­ຫລາດ​ໂລກ ຫລື ພາຍ​ໃນ​ມີ​ການເຫນັງ​ຕີງ​ຂຶ້ນ ຫລື ລົງ​ໃນ​ແຕ່​ລະ​ຄັ້ງ​ຍ່ອມ​ສົ່ງ​ຜົນ​ກະ­ທົບ​ໂດຍ​ທາງ​ກົງ ແລະ ທາງ​ອ້ອມ​ຕໍ່​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ກໍ່​ຄື​ສະ­ພາບ​ໂດຍ​ລວມ​ ຂອງ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ແຫ່ງ​ຊາດ.

       ຢ້ອນ​ເບິ່ງ 10 ປີ​ຄືນ​ຫລັງ ຫລື ປະ­ມານ​ປີ 2004 ເປັນ­ຕົ້ນ​ມາເສດ­ຖະ­ກິດ​ຂອງ​ລາວ​ຂະ­ຫຍາຍ­ຕົວໄດ້​ປະ­ມານ 6,5% ສະ­ເພາະ​ລາ­ຄາ​ນ້ຳ­ມັນ​ດິບ​ຢູ່​ຕະ­ຫລາດ​ໂລກ​ໄດ້​ປັບ​ຕົວ​ເພີ່ມ​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ມາເປັນ 50 ໂດ​ລາ​ຕໍ່​ບາ​ເຣວ​ຈາກ 33 ບາ​ເຣວ ໃນ​ປີ 2013 ເຊິ່ງ​ການ​ເພີ່ມ​ຂຶ້ນ​ໃນ​ເວ­ລາ​ນັ້ນແມ່ນ​ເປັນ​ຜົນ​ມາ​ຈາກ​ຄວາມ​ຕ້ອງ­ການຊົມ­ໃຊ້​ທີ່​ຫລາຍ​ຂຶ້ນ​ໃນ​ປະ­ເທດ​ຈີນ ແລະ ອິນ​ເດຍ​ຍ້ອນ​ສອງ​ປະ­ເທດ​ນີ້​ມີ​ເສດ​ຖະກິດ​ຂະ­ຫຍາຍ­ຕົວ​ຢ່າງ​ວ່ອງ­ໄວ ພ້ອມດຽວ​ກັນ​ນັ້ນ​ບັນ­ຫາ​ພາຍ​ໃນ ແລະ ການເກີດ​ສົງ­ຄາມ​ຢູ່​ບາງ​ປະ­ເທດ​ຂອງ​ຜູ້​ຜະລິດ​ນ້ຳ­ມັນ​ລາຍ​ໃຫຍ່​ໃນ​ໄລ­ຍະ​ນັ້ນ​ກໍ່​ສົ່ງຜົນ​ໄດ້​ເຊັ່ນ​ດຽວ​ກັນ.

      ຈາກ​ສິ່ງ​ດັ່ງ­ກ່າວ​ໄດ້​ເຮັດ​ໃຫ້​ປະ­ເທດຜູ້­ນຳ​ເຂົ້າ​ນ້ຳ­ມັນ 100% ຢ່າງ ສປປ ລາວ ລາ­ຄາ​ຂາຍ­ຍ່ອຍ​ຫນ້າ​ປ້ຳ​ໃນ​ຂະນະ​ນັ້ນ​ຢູ່​ຕະ­ຫລາດ​ນະ­ຄອນ­ຫລວງ​ວຽງຈັນ ແອັດ​ຊັງ​ພິ­ເສດ​ຂາຍ​ໃນ​ລາ­ຄາ 6.190 ກີບ​ຕໍ່​ລິດ, ແອັດ​ຊັງ​ທຳ​ມະ​ດາ 5.560 ກີບ ແລະ 4.920 ກີບ​ຕໍ່​ລິດແມ່ນ​ລາ­ຄາ​ນ້ຳ­ມັນ​ກາ​ຊວນ (ນີ້​ແມ່ນ​ລາຄາ​ປັບ​ຄັ້ງ​ທ້າຍ​ສຸດ​ປີ 2004).

      ນັບ​ແຕ່​ນັ້ນ​ມາ​ເສດ­ຖະ­ກິດ​ຂອງ ສປປ ລາວ ໄດ້​ມີ​ການ​ຂະ­ຫຍາຍ­ຕົວ​ຢ່າງ​ກ້າວກະ­ໂດດ​ຕໍ່​ເນື່ອງ​ຫລາຍ​ປີ​ປະ­ຊາ­ຊົນ​ກໍ່​ມີ​ລາ­ຄາ​ລາຍ​ຮັບ​ທີ່​ສູງ​ຂຶ້ນ ພ້ອມ​ດຽວ​ກັນ ນັ້ນ​ກຳ­ລັງ​ແຮງ​ຊື້​ພາຍ​ໃນ​ກໍ່​ເພີ່ມ​ປະ­ລິ­ມານ​ຫລາຍ​ໄປ​ຕາມໆ​ກັນຮອດ​ຕົ້ນ​ປີ 2010 ລາ­ຄາ​ນ້ຳ­ມັນ​ຢູ່​ຕະ­ຫລາດ​ນະຄອນ​ຫລວງ​ວຽງ​ຈັນ​ແອັດ​ຊັງ​ພິ­ເສດ 9.650 ກີບ, ແອັດ​ຊັງ​ທຳ​ມະ​ດາ 8.630 ກີບ, ກາ​ຊວນ 7.140 ກີບ​ຕໍ່​ລິດ ແລະ ມາ​ເປັນ 11.660 ກີບ​ແອັດ​ຊັງ​ພິ­ເສດ, 10.490 ກີບ​ແອັດ​ຊັງ​ທຳ​ມະ​ດາ, 9.370 ກີບ​ຕໍ່​ລິດ​ແມ່ນ​ນ້ຳ­ມັນ​ກາ​ຊວນ ໃນ​ຕົ້ນ​ປີ 2011.

      ຫລັງ​ຈາກ​ນັ້ນ​ກໍ່​ກະ­ໂດດ​ຂຶ້ນ​ສູ່​ລາ­ຄາສູງ​ປະ­ມານ 12.438 ກີບ​ສຳ­ລັບ​ແອັດ ຊັງ​ພິ­ເສດ, 11.000 ກີບ​ແອັດ​ຊັງ​ທຳມະ​ດາ ແລະ 10.000 ກີບ​ຕໍ່​ລິດ​ນ້ຳມັນ​ກາ​ຊວນ​ໃນ​ລະ­ຫວ່າງ​ກາງ​ປີ 2012 ແລ້ວ​ຈິ່ງ​ມີ​ການ​ປັບ​ຂຶ້ນ ແລະ ລົງ​ທັງຫມົດ​ເກືອບ 20 ຄັ້ງ​ໃນ​ປີ 2013 ກ່ອນຈະ​ມາ​ປັບ​ຄັ້ງ​ຫລ້າ​ສຸດ​ໃນ​ກາງ​ເດືອນ​ມັງກອນ 2014 ເຊິ່ງ​ການ​ປັບ​ເທື່ອ​ນີ້​ໄດ້­ແກ່​ຍາວ​ລາ­ຄາ​ຈົນ​ມາ​ເຖິງ​ປະ­ຈຸ​ບັນ​ຍັງ​ບໍ່​ມີການ​ປ່ຽນ­ແປງ​ເທື່ອ.

       ໂດຍ​ລາ­ຄາ​ນ້ຳ­ມັນ​ກາ​ຊວນ​ຢູ່​ຕະຫລາດ​ນະ­ຄອນ­ຫລວງ​ວຽງ​ຈັນ​ລົງ​ມາຢູ່​ທີ່ 9.090 ກີບ​ຕໍ່​ລິດ, ແອັງ​ຊັງ​ທຳ​ມະດາ 9.920 ກີບ, ບໍ່​ແກ້ວແອັດ​ຊັງ 10.040 ກີບ, ກາ​ຊວນ 9.190 ກີບ, ສະ­ຫວັນ​ນະ​ເຂດ​ແອັດ​ຊັງ 9.970 ກີບ, ກາ​ຊວນ 9.120 ກີບ ສ່ວນ​ທີ່​ແຂວງຈຳ­ປາ​ສັກ 9.960 ກີບ ແມ່ນ​ນ້ຳ­ມັນແອັດ​ຊັງ ແລະ 9.120 ກີບ​ຕໍ່​ລິດແມ່ນນ້ຳ­ມັນ​ກາ​ຊວນ ຂະ­ນະ​ທີ່​ໃນ 2Œ3 ປີ​ມາ​ນີ້ເສດ­ຖະ­ກິດ​ຂອງ ສປປ ລາວ ຂະ­ຫຍາຍຕົວ​ປະ­ມານ 8% ຂຶ້ນ​ໄປ.

ຂ່າວຈາກ: www.sedthakid.la

ລາຍການທີ່ກ່ຽວຂ້ອງ

ເສດຖະກິດ 3557870521170795732

Post a Comment

emo-but-icon

ຕິດຕາມພວກເຮົາ

ຍອດນິຍົມ

ຕິດຕໍ່ພວກເຮົາທາງ facebook

ປະຊາສຳພັນ




item