ປະທານສະພາລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫລືອ ໃຫ້ປະຊາຊົນ 2 ເມືອງແຂວງຫົວພັນ

http://livelaos.blogspot.com/2014/02/2.html
ໃນວັນທີ 3-4 ກຸມພາ 2014, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ ໂດຍໃຫ້ການຕ້ອນຮັບຈາກ ອຳນາດການປົກຄອງ ແລະ ພໍ່ແມ່ ປະຊາຊົນເມືອງກວນ ແລະ ເມືອງຊຳໃຕ້ຢ່າງອົບອຸ່ນ.ໃນໂອກາດລົງຢ້ຽມຢາມນີ້ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາ ແຫ່ງຊາດໄດ້ຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ໂດຍຫຍໍ້ ແລະ ຄຳສະເໜີ ຂອງປະຊາຊົນກຸ່ມບ້ານທ່າຄວາຍເມືອງກວນ ແລະ ກຸ່ມເທດສະບານເມືອງຊຳໃຕ້.
ນອກຈາກນັ້ນ ໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະເມືອງແລ້ວ ທ່ານປະທານສະພາແຫ່ງຊາດກໍໄດ້ໂອ້ລົມ ອຳ ນາດການປົກຄອງເມືອງ, ພະນັກງານ ແລະ ປະຊາຊົນ ໂດຍທ່ານປະທານສະພາແຫ່ງຊາດໄດ້ຊີ້ ນຳປະຊາຊົນກຸ່ມບ້ານທ່າຄວາຍໃຫ້ນຳໃຊ້ທ່າແຮງ ໃນການປູກຟັງລ້ຽງສັດ ແລະ ຫັດຖະກຳ ທີ່ເປັນມູນເຊື້ອອັນດຸໜັ່ນຂອງປະຊາຊົນ ເພື່ອສ້າງໃຫ້ມີຫລາຍຮັບເພີ່ມຂື້ນ, ເພື່ອເຮັດໃຫ້ບ້ານເມືອງກໍຄືແຂວງ ໄດ້ຮັບການພັດທະນາເປັນກ້າວໆ.
ໃນການໂອ້ລົມການເຄື່ອນໄຫວຄັ້ງນີ້ ທ່ານປະທານສະພາແຫ່ງຊາດ ຍັງໄດ້ພາທີມແພດໄປກວດສຸຂະພາບໃຫ້ກັບພໍ່ແມ່ປະຊາຊົນ, ມອບອຸປະກອນການ ຮຽນ ແລະ ຢາປົວພະຍາດຈຳນວນໜຶ່ງໃຫ້ກຸ້ມບ້ານທ່າຄວາຍ ເຊັ່ນ: ປື້ມແບບຮຽນຊັ້ນປະຖົມ ປ 1-5 ຈຳນວນ 1,500 ຫົວ, ປື້ມຂຽນ ຈຳນວນ 700 ຫົວ, ສໍຂຽນ 7 ຫີບ, ຢາງລຶບ 7 ຫີບ, ປື້ມຄູ່ມືການຮຽນ 420 ຫົວ ພ້ອມທັງມອບເສື້ອກັນໜາວໃຫ້ກັບຄອບຄົວທຸກຍາກອີກ 45 ຄອບຄົວ ແລະ ໄດ້ມອບ ປື້ມແບບຮຽນ ຈຳນວນ 150 ຫົວ ໃຫ້ເມືອງຊຳໃຕ້.ຂ່າວຍັງໃຫ້ຮູ້ຕື່ມວ່າ: ທ່ານ ນາງ ປານີ ຢາທໍ່ຕູ້ ພ້ອມດ້ວຍ ຄະນະ ຍັງໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ມອບຄອມພີວເຕີ 2 ຊຸດ, ບານເຕະບານສົ່ງ 4 ໜ່ວຍ, ກະຕໍ້ 6 ໜ່ວຍ, ຕາໜ່າງບານເຕະ,ບານສົ່ງ 4 ຊຸດ ແລະ ຊຸດກິລາ 33 ຊຸດ ລວມເປັນມູນຄ່າ 10 ລ້ານກີບ ໃຫ້ກັບກອງພັນປັດໄຈ ແຂວງຊຽງຂວາງ.