ທ່ານນາຍົກລັດຖະມົນຕີ ລົງຕິດຕາມໂຄງການກໍ່ສາງຂົວຂ້າມນ້ຳງຶ່ມ ເມືອງເກົ່າ-ປາກກະຍຸງ

http://livelaos.blogspot.com/2014/02/blog-post_3862.html
ທ່ານທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ພ້ອມ ດ້ວຍລັດຖະມົນຕີຊ່ວຍວ່າ ການກະຊວງຖະແຫຼງຂ່າວ, ວັດທະນະທຳແລະທ່ອງທ່ຽວ, ລັດຖະມົນຕີຊ່ວຍວ່າການກະ ຊວງໂຍທາທິການ ແລະ ຂົນ ສົ່ງ ແລະ ເຈົ້າແຂວງໆວຽງຈັນ ໄດ້ລົງຕິດຕາມໂຄງການກໍ່ ສ້າງຂົວຂ້າມນ້ຳງື່ມ ຢູ່ເມືອງ ວຽງຄຳ ແຂວງວຽງຈັນ ໃນວັນ ທີ 4/2/2014 ໂດຍໄດ້ຮັບ ການຕ້ອນຮັບຈາກທ່ານພຸດສະດຸ ອິນທະວົງ ປະທານກຸ່ມ ບໍລິສັດມາລີນີ ຈຳກັດ.
ໃນໂອກາດນີ້ທ່ານປະທານ ກຸ່ມບໍລິສັດມາລີນີ ໄດ້ລາຍ ງານໃຫ້ທ່ານນາຍົກຊາບກ່ຽວ ກັບຄວາມຄືບຫນ້າຂອງໂຄງ ການດັ່ງກ່າວ ເຊິ່ງມາຮອດ ປັດຈຸບັນແມ່ນສຳເລັດແລ້ວ 80% ຂອງໂຄງການກໍ່ສ້າງ ທັງຫມົດ ແລະ ຄາດວ່າໃນ ເດືອນ 4/2014 ຈະມາເຖິງ ຈະໃຫ້ສຳເລັດຢ່າງສົມບູນ.
ການກໍ່ສ້າງຂົວຂ້າມນ້ຳ ງື່ນ ລະຫວ່າງບ້ານເມືອງເກົ່າ ແລະ ປາກກະຍຸງ, ເມືອງວຽງ ຄຳ ແຂວງວຽງຈັນ ແມ່ນໄດ້ ເລີ່ມການກໍ່ສ້າງມາແຕ່ປີ 2004 ເຊິ່ງແມ່ນໂຄງການ ຫນຶ່ງໃນໂຄງການກໍ່ສ້າງໃນ ເທດສະບານແຂວງວຽງຈັນ ແລະ ຕໍ່ມາໃນປີ 2011 ບໍລິ ສັດມາລີນີ ໄດ້ຮັບອະນຸຍາດ ສືບຕໍ່ໂຄງການດັ່ງກ່າວໂດຍບໍ ລິສັດເປັນຜູ້ລົງທຶນກ່ອນ 100% ໂດຍໃຊ້ເວລາກໍ່ສ້າງ 3 ປີ ເຊິ່ງມີໄລຍະສຳປະທານ 3 ປີ ເຊິ່ງມີໄລຍະສຳປະທານ 38 ປີ, ບໍ່ນັບໄລຍະການກໍ່ສ້າງ ມູນຄ່າການກໍ່ສ້າງ 16 ລ້ານ ກ່ວາໂດລາສະຫະລັດ, ຂົວ ດັ່ງກ່າວເປັນຂົວເບຕົງປະສົມ ເຫຼັກມີຄວາມຍາວ 274 ແມັດ, ກວ້າງ 11,5 ແມັດ, ມີ ທາງຍ່າງ, ມີລະບົບໄຟເຍືອງ ທາງຄົບຊຸດ, ພ້ອມທັງກໍ່ສ້າງ ທາງເບຕົງເສີມເຫຼັກສອງສົ້ນ ຂົວ ຍາວ 900 ກ່ວາແມັດ, ຂົວດັ່ງກ່າວຖ້າຫາກສ້າງສຳ ເລັດຈພເປັນປະໂຫຍດຢ່າງ ຍິ່ງຕໍ່ການພັດທະນາເສດຖະ ກິດ-ສັງຄົມໂດຍສະເພາະ ແມ່ນການສັນຈອນ, ການຂົນ ສົ່ງສິນຄ້າອື່ນໆໃນແຂວງວຽງຈັນ.
ໃນໂອກາດລົງຢ້ຽມຢາມ ຄັ້ງນີ້, ທ່ານນາຍົກໄດ້ລົງຢ້ຽມຢາມໂຮງຈັກໂຮງງານຈຳນວນຫນຶ່ງຢູ່ແຂວງດັ່ງກ່າວ.