-->

ບຸນນະມັດສະການຜາສາດຫິນວັດພູ ປະຈຳປີ 2014 ໄຂຂື້ນຢ່າງຟົດຟື້ນ.


ບຸນນະມັດສະການວັດພູ ຈຳປາສັກ ປະຈຳປີ 2014 ໄດ້ໄຂຂື້ນຢ່າງເປັນທາງການໃນຕອນແລງ ຂອງວັນທີ 12 ກຸມພາ 2014 ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການລະດັບຊາດ ເພື່ອມໍລະດົກໂລກ ພ້ອມການນຳແຂວງ, ເມືອງ, ແຂກຮັບເງີນ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ແລະ ມວນຊົນເຂົ້າຮ່ວມຢ່າງຄັບຄາໜາແໜ້ນ.

ທ່ານ ດຣ. ບຸນຖອງ ດີວິໄຊ ຮອງເຈົ້າແຂວງຈຳປາສັກ, ປະທານຄະນະກຳມະການຈັດບຸນດັ່ງກ່າວລາຍງານວ່າ: ບຸນນະມັດສະການວັດພູປີນີ້ ຖືວ່າເປັນປີໜຶ່ງທີ່ມີຄວາມໝາຍຄວາມສຳຄັນຍິ່ງ ແລະ ເປັນສີລິມຸງຄຸນ ເພາະຈັດຂື້ນໃນໄລຍະດຽວກັບມະຫາກຳກິລາມັດທະຍົມສຶກສາທົ່ວປະເທດຄັ້ງທີ 5 ແລະ ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 65 ປີທີ່ຜ່ານໄປບໍ່ພໍເທົ່າໃດມື້ ແລະ ເປັນປີທີ່ທົ່ວປວງຊົນລາວທັງຊາດພວມອອກແຮງແຂ່ງຂັນກັນຢ່າງເປັນຂະບວນຟົດຟື້ນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 7 ເວົ້າສະເພາະຢູ່ແຂວງຈຳປາສັກ ແມ່ນໄລຍະການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມເຂົ້າສູ່ພາກປະຕິບັດຕົວຈິງຢ່າງເປັນຂະບວນຟົດຟື້ນ. ຂະນະດຽວກັບກໍ່ເປັນການສົ່ງເສີມການທ່ອງທ່ຽວຕື່ມອີກ ຊຶ່ງມີຫຼາຍກິດຈະກຳທີ່ຈັດຂື້ນເປັນຕົ້ນການຈັດຕະຫຼາດນັດວາງສະແດງ ແລະ ຈຳໜ່າຍສິນຄ້າຂອງປະຊາຊົນ 10 ເມືອງໃນແຂວງ ແລະ ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ, ການສະແດງສິລະປະວັນນະຄະດີ, ການແຂ່ງຂັນກິລາປະເພດຕ່າງໆ. ຂະນະທີ່ປະເພນີທາງສາສະໜານັ້ນກໍ່ມີການໄຫວ້ພະຮັບສິນ, ການວຽນທຽນ ແລະ ການໄດ້ຕະກຽງ 4,000 ໜ່ວຍ ເພື່ອສັກກາລະສິ່ງສັກສິດ.

ສະຖານບູຮານວັດພູ ພ້ອມເນື້ອທີ່ທາງວັດທະນະທຳ ຈຳປາສັກ ແມ່ນ ສະຖານບູຮານທີ່ຖືກຮັບຮູ້ ແລະ ມີຊື່ສຽງມາເປັນເວລາດົນນານແລ້ວ ເປັນຕົວແທນອັນສຳຄັນທາງການປົກຄອງ ແລະ ຊີວິດວັດທະນະທຳຂອງຄົນບູຮານ ໃນຂົງເຂດອາຊີຕາເວັນອອກສຽງໃຕ້ ທີ່ເຊື່ອກັນວ່າໄດ້ສາ້ງຂື້ນໃນລະຫວ່າງເຄິ່ງສັດຕະວັດທີ 5 ຫາ 7 ແຫ່ງ ຄ.ສ. ຈາກຄຸນຄ່າທີ່ໂດດເດັ່ນເປັນເອກະລັກສະເພາະຄືດັ່ງກ່າວ, ມາຮອດທ້າຍປີ 2001 ສະຖານບູຮານວັດພູ ພ້ອມເນື້ອທີ່ກໍ່ໄດ້ຮັບການຈົດເຂົ້າໃນບັນຊີມໍລະດົກໂລກຂອງອົງການການສຶກສາວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ ຫຼື UNESCO ເຊິ່ງໄດ້ນຳເອົາຄວາມຊື່ນຊົມຍິນດີ ຄວາມພູມໃຈອັນລົ້ນເຫຼືອມາສູ່ງປວງຊົນລາວທັງຊາດ ເວົ້າລວມ ເວົ້າສະເພາະຊາວແຂວງຈຳປາສັກ ທີ່ພວກເຮົາໄດ້ມີມໍລະດົກໂລກ

ສະຖານມໍລະດົກໂລກວັດພູ ພ້ອມເນື້ອທີ່ວັດທະນະທຳ ຈຳປາສັກ ມໍລະດົດໂລກແຫ່ງທີ່ 2 ຂອງ ສປປ.ລາວ ແມ່ນສະຖານທີ່ທ່ອງທ່ຽວທີ່ສຳຄັນແຫ່ງໜຶ່ງທາງວັດທະນະທຳທີ່ນອນໃນແຫຼ່ງທ່ອງທ່ຽວ 212 ແຫ່ງທົ່ວແຂວງທີ່ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ດັ່ງສົກປີຜ່ານມາມີນັກທ່ອງທ່ຽວເຂົ້າມາທ່ຽວຊົມວັດພູເຖິງ 100,000 ກວ່າຄົນຂອງຈຳນວນນັກທ່ອງທ່ຽວກວ່າ 493,000 ຄົນຊຶ່ງສະແດງໃຫ້ເຫັນວ່າ: ຍາມໃດກໍໄດ້ຮັບການເອົາໃຈໃສ່ຈາກພັດ ແລະ ລັດຖະບານ ກໍ່ຄືຄະນະພັກ, ອຳນາດການປົກຄອງແຂວງຈຳປາສັກ, ເມືອງຈຳປາສັກ, ເມືອງປະທຸມພອນ ແລະ ເມືອງໂພນທອງ ບ່ອນທີ່ມີເນື້ອທີ່ມໍລະດົກກວມເຖິງຄືໄດ້ຮັບການຄຸ້ມຄອງປົກປັກຮັກສາ ແລະ ລະບຽບການທີ່ລັດຖະບານ ສປປ.ລາວ ແລະ ອົງການ UNESCO ຮັບຮອງເອົາຊຶ່ງເຫັນວ່າຂອບເຂດເນື້ອທີ່ມໍລະດົກທັງໝົດຍັງຮັກສາໄດ້ຄວາມເປັນດັ້ງເດີມຂອງບູຮານສະຖານຕະຫຼອດສະພາບທິວທັດ. ພະແນກມໍລະດົກໂລກວັດພູ ທີ່ເປັນການຈັດຕັ້ງວິຊາການປະຈຳພາກ ສະໜາມຂອງກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ເຮັດໜ້າທີ່ໂດຍກົງຄຸ້ມຄອງປົກປັກຮັກສາ, ຮ່ວມມືສຶກສາຄົ້ນຄວ້າ, ບູລະນະປະຕິສັງຂອນ ຮ່ວມຮັບຊ່ຽວຊານວິຊາການຂອງລາວ ແລະ ຕ່າງປະເທດເປັນຕົ້ນໂຄງການຮ່ວມມືລາວ-ຍີ່ປຸ່ນ, ໂຄງການຮ່ວມມືລາວ-ອົດຕາລີ, ໂຄງການຮ່ວມມືລາວ-ຝຣັ່ງ, ໂຄງການຮ່ວມມືລາວ-ເກົາຫຼີ ທີ່ໄດ້ເຂົ້າມາຊ່ວຍເຫຼືອເຊຶ່ງເປັນການປະກອບສ່ວນຢ່າງແຂງແຮງໃນການຈັດຕັ້ງປະຕິບັດແຜນການຄຸ້ມຄອງປົກປັກຮັກສາ ແລະ ພັດທະນາຢ່າງມີໝາກຜົນເປັນຢ່າງດີ.

ຂ່າວ: ສຳນັກຂ່າວສານປະເທດລາວ.

ລາຍການທີ່ກ່ຽວຂ້ອງ

ສັງຄົມ 9184251830233499726

Post a Comment

emo-but-icon

ຕິດຕາມພວກເຮົາ

ຍອດນິຍົມ

ຕິດຕໍ່ພວກເຮົາທາງ facebook

ປະຊາສຳພັນ




item