-->

ມູນຄ່າການລົງທຶນໃນ ຂພສ ຫຼາຍກວ່າ 8.000 ຕື້ກີບ

ການ​ພັດທະນາ​ເຂດ​ເສດຖະກິດ​ພິເສດ-ເຂດ​ເສດຖະກິດ​ສະເພາະ (​ຂພສ) ຢູ່ ​ສປປ ລາວ ແມ່ນ​ມີ​ທ່າ​ຂະຫຍາຍຕົວ​ອັນ​ພົ້ນ​ເດັ່ນ​ແມ່ນ​ມີ​ບໍລິສັດ​ເຂົ້າ​ມາ​ລົງທຶນ ຊຶ່ງ​ມີ​ມູນ​ຄ່າ​ການ​ລົງທຶນ​ຕົວ​ຈິງ 1.030.503.971 ໂດ​ລາ​ສະຫະລັດ ຫຼື ປະມານ 8.244 ຕື້​ກີບ ໄປ​ພ້ອມ​ກັນ​ນັ້ນ ຍັງ​ສາມາດ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ກັບ​ປະຊາຊົນ​ທ້ອງຖິ່ນ ໄດ້​ຫຼາຍ​ພັນ​ຕຳແໜ່ງ.

ກອງ​ປະຊຸມ​ປຶກສາ​ຫາລື​ທາງ​ດ້ານ​ວິຊາ​ການ ກ່ຽວ​ກັບ​ການ​ປະ​ເມີນ​ຜົນ​ຂອງ​ການ​ພັດທະນາ ແລະ ຄຸ້ມ​ຄອງ ​ຂພສ ຜ່ານ​ຮ່າງ​ດຳລັດ​ວ່າງ​ດ້ວຍ ​ຂພສ (ສະບັບ​ປັບປຸງ) ແລະ ຮ່າງ​ມະຕິ​ຕົກລົງ​ຂອງ​ກົມ​ການເມືອງ​ສູນ​ກາງ​ພັກ ກ່ຽວ​ກັບ​ການ​ພັດທະນາ ແລະ ຄຸ້ມ​ຄອງ ​ຂພສ ທົ່ວ​ປະເທດ ຈຸດປະສົງ​ເພື່ອ​ໃຫ້​ຜູ້​ເຂົ້າ​ຮ່ວມ ພ້ອມ​ກັນ​ຄົ້ນຄວ້າ​ປຶກສາ​ຫາລື​ແລກປ່ຽນ​ບົດຮຽນ ແລະ ປະກອບ​ຄວາມ​ຄິດ​ເຫັນ​ໃສ່​ຮ່າງ​ດຳລັດ ແລະ ຮ່າງ​ມະຕິ​ຕົກລົງ ໃຫ້​ມີ​ເນື້ອ​ໃນ​ລະອຽດ​ຄົບ​ຖ້ວນ​ສົມບູນ ແລະ ລະອຽດ​ຂຶ້ນ​ຕື່ມ ເພື່ອ​ໃຫ້​ສອດຄ່ອງ​ກັບ​ການຈັດຕັ້ງ​ປະຕິບັດ​ຕົວ​ຈິງ ກ່ອນ​ຈະ​ນຳ​ລາຍ​ງານ​ຂໍ​ທິດ​ຊີ້​ນຳ​ຈາກ​ຂັ້ນ​ເທິງ.

ສຳລັບ​ວຽກ​ງານ​ພັດທະນາ ແລະ ຄຸ້ມ​ຄອງ ​ຂພສ ເຫັນ​ໄດ້​ວ່າ ສະພາບ​ການ​ພັດທະນາ​ຢູ່ ​ສປປ ລາວ ມີ​ບາດກ້າວ​ຂະຫຍາຍຕົວ ແລະ ພົ້ນ​ເດັ່ນ ມາ​ຮອດ​ປັດຈຸບັນ ມີ​ບໍລິສັດ​ເຂົ້າ​ມາ​ລົງທຶນ​ແລ້ວ​ຫຼາຍ​ກວ່າ 100 ບໍລິສັດ ສາມາດ​ສ້າງ​ວຽກ​ເຮັດ​ງານ​ທຳ​ໄດ້​ປະມານ 8.000 ຕຳແໜ່ງ ຈາກ​ສະພາບ​ການ​ດັ່ງກ່າວ ເຫັນ​ໄດ້​ວ່າ​ຜົນ​ຂອງ​ການຈັດຕັ້ງ​ປະຕິບັດ​ດຳລັດ 443/​ນຍ ມີ​ບາງ​ມາດຕາ​ຕ້ອງ​ໄດ້​ປັບປຸງ ເພື່ອ​ເຮັດ​ໃຫ້​ເນື້ອ​ໃນ​ມີ​ຄວາມ​ສອດຄ່ອງ​ລະອຽດ ແລະ ຮັດກຸມ ແລະ ສົມບູນ​ຂຶ້ນ​ຕື່ມ ເພີ່ມ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ​ກັບ​ປະເທດ​ອ້ອມ​ຂ້າງ ຮັບປະກັນ​ຜົນ​ປະໂຫຍດ​ລວມ​ຂອງ​ຊາດ ທັງ​ຮັບຮອງ​ໃຫ້ການ​ພັດທະນາ ​ຂພສ ທັນ​ສະພາບ​ການ ໄປ​ຄຽງ​ຄູ່​ກັບ​ການ​ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​ນັກ​ລົງທຶນ ໃຫ້​ເຂົ້າ​ມາ​ລົງທຶນ​ໃນ ​ສປປ ລາວ ຫຼາຍ​ຂຶ້ນ.

ກອງ​ປະຊຸມ​ຈັດ​ຂຶ້ນ​ວັນ​ທີ 10 ກຸມພາ 2014 ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ອົງການ GIZ ປະຈຳ ​ສປປ ລາວ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ​ນາງ ບົວ​ທາ ຂັດ​ທິ​ຍະ ຮອງ​ປະທານ​ຫົວໜ້າ​ກອງ​ເລຂາ​ຄະນະ​ກຳມະການ​ແຫ່ງ​ຊາດ ເພື່ອ​ຄຸ້ມ​ຄອງ​ເຂດ​ເສດຖະກິດ​ພິເສດ ແລະ ເຂດ​ເສດຖະກິດ​ສະເພາະ ຊຶ່ງ​ມີ​ບັນດາ​ຫົວໜ້າ​ກົມ ກອງ​ເລຂາ​ຜູ້​ປະຈຳການ ແລະ ຕາງໜ້າ​ຈາກ ​ຂພສ 10 ແຫ່ງ ໃນ​ຂອບ​ເຂດ​ທົ່ວ​ປະເທດ.

ຂ່າວຈາກ: vientianemai.net

ລາຍການທີ່ກ່ຽວຂ້ອງ

ເສດຖະກິດ 4729499584708413991

Post a Comment

emo-but-icon

ຕິດຕາມພວກເຮົາ

ຍອດນິຍົມ

ຕິດຕໍ່ພວກເຮົາທາງ facebook

ປະຊາສຳພັນ




item