-->

ລາວ ແລະ ກຳປູເຈຍ ລົງນາມເອກະສານຮ່ວມມືລະຫວ່າງສອງປະເທດ ຈຳນວນ 7 ສະບັບ


ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ​ແຫ່ງ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ສົມເດັດ​ອັກຄະມະຫາເສນາ​ບໍດີ ເຕ​ໂຈ ຮຸນ​ເຊັນ ນາຍົກລັດຖະມົນຕີ​ແຫ່ງ ຣາ​ຊະ​ອານາຈັກ​ກຳປູເຈຍ ແລະ ຄະນະ ໄດ້​ເດີນທາງ​ຢ້ຽມຢາມ ​ສປປ ລາວ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 6-7 ກຸມພາ 2014 ການ​ຢ້ຽມຢາມ​ຄັ້ງ​ນີ້ ເປັນ​ການ​ຢ້ຽມຢາມ​ຄັ້ງ​ທຳ​ອິດ ພາຍຫຼັງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ອີກ​ຄັ້ງ​ໜຶ່ງ ໃຫ້​ດຳລົງ​ຕຳແໜ່ງ​ເປັນ​ນາຍົກລັດຖະມົນຕີ​ແຫ່ງ ຣາ​ຊະ​ອານາຈັກ​ກຳປູເຈຍ ໃນ​ປີ​ທີ່​ຜ່ານ​ມາ ເຊິ່ງ​ຈະ​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະເທດ ທີ່​ມີ​ມູນເຊື້ອ​ອັນ​ດີງາມ​ຢູ່​ແລ້ວ​ນັ້ນ ໃຫ້​ສືບຕໍ່​ພັດທະນາ​ດ້ວຍ​ບາດກ້າວ​ໃໝ່​ຕໍ່​ໄປ.

ພາຍຫຼັງ​ເດີນທາງ​ເຖິງ​ນະຄອນຫຼວງ​ວຽງ​ຈັນ ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ ແລະ ສະຫງ່າ​ລາສີ ທີ່​ຫ້ອງ​ວ່າການ​ລັດຖະບານ ນຳ​ໂດຍ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ສະມາຊິກ​ຄະນະ​ລັດຖະບານ ສະມາຊິກ​ສະພາ​ແຫ່ງ​ຊາດ ຫົວໜ້າ​ບັນດາ​ອົງ​ການຈັດຕັ້ງ​ມະຫາຊົນ​ຂັ້ນ​ສູນ​ກາງ ນາຍ​ທະຫານ ນາຍ​ຕຳຫຼວດ ແລະ ຜູ້ຕາງໜ້າ​ມວນ​ຊົນ​ຊາວ​ນະຄອນຫຼວງ​ວຽງ​ຈັນ ຢ່າງ​ຫຼວງຫຼາຍ.

ການ​ພົບ​ປະ​ປຶກສາ​ຫາລື​ຮ່ວມ​ກັນ​ຢ່າງ​ເປັນ​ທາງ​ການ ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ ທີ່​ຫ້ອງ​ວ່າການ​ລັດຖະບານ ໂດຍ​ສອງ​ນາຍົກລັດຖະມົນຕີ ໄດ້​ແຈ້ງ​ສະພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ໃຫ້​ກັນ​ຊາບ ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະເທດ ໂດຍ​ສະເພາະ ໄດ້​ສະແດງ​ຄວາມ​ຊົມເຊີຍ​ຕໍ່​ສົມເດັດ ຮຸນ​ເຊັນ ທີ່​ໄດ້​ມີ​ນະໂຍບາຍ​ອັນ​ຖືກຕ້ອງ​ໃນ​ການ​ນຳພາ​ປະເທດ ແລະ ໄດ້​ມີ​ບາດກ້າວ​ອັນ​ໃໝ່ ແລະ ໜັກ​ແໜ້ນ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ທ່ານ ທອງ​ສິງ ທຳ​ມະ​ວົງ ໄດ້​ຊົມເຊີຍ​ຕໍ່​ຜົນສຳເລັດ​ຂອງ​ການ​ເລືອກ​ຕັ້ງ ອັນ​ໄດ້​ດຳເນີນ​ໄປ​ຢ່າງ​ຖືກຕ້ອງ ແລະ ເປັນ​ທຳ ທັງ​ຜ່ານ​ຜ່າ​ໄດ້​ສະພາບ​ຄວາມ​ຫຍຸ້ງຍາກ​ທີ່​ເກີດ​ຂຶ້ນ​ໃນ​ຕໍ່​ມາ ທ່ານ ທອງ​ສິງ ທຳ​ມະ​ວົງ ໄດ້​ແຈ້ງ​ສະພາບ​ການ​ພາຍ​ໃນ​ຂອງ​ລາວ ດ້ານ​ການເມືອງ ແລະ ເສດຖະກິດ-ສັງຄົມ ໂດຍ​ເນັ້ນ​ວ່າ ລັດຖະບານ​ລາວ​ພວມ​ເອົາໃຈໃສ່​ຕໍ່​ການ​ພັດທະນາ​ເສດຖະກິດ ເຊິ່ງ​ເປັນໃຈ​ກາງ​ສູ້​ຊົນ​ແຕ່​ນີ້​ຮອດ​ປີ 2015 ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ໃຫ້​ເພີ່ມ​ຂຶ້ນ 8% ຂຶ້ນ​ໄປ ແລະ ຮອດ​ປີ 2020 ໃຫ້​ນຳ​ເອົາ​ປະເທດ​ຫຼຸດ​ພົ້ນ​ອອກ​ຈາກ​ສະພາວະ​ດ້ອຍ​ພັດທະນາ ບົນ​ຈິດໃຈ​ດັ່ງກ່າວ ລັດຖະບານ​ພວມ​ເລັ່ງ​ລັດ ສ້າງ​ຂະ​ບວນ​ການ​ເຮັດ​ທົດ​ລອງ 3 ສ້າງ ໃນ 108 ບ້ານ ໃນ 51 ເມືອງ​ທົ່ວ​ປະເທດ ລາວ​ເປັນ​ປະເທດ​ທີ່​ບໍ່​ມີ​ເສັ້ນ​ຊາຍ​ແດນ​ຕິດ​ຈອດ​ທະເລ ລາວ​ຈຶ່ງ​ພະຍາຍາມ​ສ້າງ​ເສັ້ນທາງ​ຄົມມະນາຄົມ ໃຫ້​ມີ​ລັກສະນະ​ຕິດ​ຈອດ ແລະ ກາຍເປັນ​ເສັ້ນທາງ​ຜ່ານ​ຂອງ​ອະນຸ​ພາກ​ພື້ນ ດ້ວຍ​ການ​ກໍ່ສ້າງ​ເສັ້ນທາງ​ບົກ​ໃໝ່ ແລວ​ທາງ​ເສດຖະກິດ​ຕາເວັນ​ອອກ-ຕາເວັນຕົກ ເໜືອ-ໃຕ້ ສ້າງ​ເສັ້ນທາງ​ລົດໄຟ​ແຕ່​ຈີນ​ຫາ​ນະຄອນຫຼວງ​ວຽງ​ຈັນ ເພື່ອ​ເຊື່ອມ​ຕໍ່​ກັບ​ໄທ ແລະ ຈາກ​ນະຄອນຫຼວງ​ວຽງ​ຈັນ ຫາ​ຊາຍ​ແດນ​ຫວຽດນາມ.

ສອງ​ຝ່າຍ​ໄດ້​ສະແດງ​ຄວາມ​ຊົມເຊີຍ ຕໍ່​ຜົນສຳເລັດ​ຂອງ​ກອງ​ປະຊຸມ​ຄະນະ​ກຳມາ​ທິ​ການ​ຮ່ວມ ວ່າ​ດ້ວຍ​ການ​ຮ່ວມ​ມື​ສອງ​ຝ່າຍ ລາວ-ກຳປູເຈຍ ກຳປູເຈຍ-ລາວ ຄັ້ງ​ທີ 12 (JC-12) ທີ່​ຊຽມ​ຣຽບ ຣາ​ຊະ​ອານາຈັກ​ກຳປູເຈຍ ໃນ​ເດືອນ​ມັງກອນ 2014 ທີ່​ຜ່ານ​ມາ ໂດຍ​ໄດ້​ເນັ້ນ​ໃຫ້​ສອງ​ຝ່າຍ​ສືບຕໍ່​ຊຸກຍູ້​ບັນດາ​ຂະແໜງການ​ຕ່າງໆ​ເຫຼົ່ານັ້ນ ເພີ່ມ​ທະວີ ແລະ ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດ​ຂອງ​ກອງ​ປະຊຸມ​ດັ່ງກ່າວ​ໃຫ້​ເປັນ​ຮູບ​ປະ​ທຳ ໂດຍ​ສະເພາະ ການ​ຮ່ວມ​ມື​ດ້ານ​ການເມືອງ ແລະ ຄວາມ​ໝັ້ນຄົງ ການ​ຮ່ວມ​ມື​ດ້ານ​ເສດຖະກິດ ການ​ຄ້າ ຄົມມະນາຄົມ-ຂົນສົ່ງ ການທ່ອງທ່ຽວ ພະລັງງານ ການ​ຮ່ວມ​ມື​ດ້ານ​ຂົງເຂດ​ເສດຖະກິດ​ອະນຸ​ພາກ​ພື້ນ ການ​ຮ່ວມ​ມື​ໃນ​ຂອບ​ສາມຫຼ່ຽມ​ມໍ​ລະ​ກົດ ລາວ-ກຳປູເຈຍ-ໄທ ແລະ ການ​ຮ່ວມ​ມື​ດ້ານ​ວັດທະນະທຳ-ສັງຄົມ ໄດ້​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້ ເຊິ່ງ​ບໍ່​ພຽງ​ແຕ່​ຈະ​ເປັນ​ຂີດ​ໝາຍ​ໃໝ່​ແຫ່ງ​ການ​ເພີ່ມ​ທະວີ ແລະ ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະເທດ ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ການ​ເພີ່ມ​ທະວີ​ຄວາມ​ສາມັກຄີ ແລະ ຄວາມ​ເຂົ້າ​ອົກ​ເຂົ້າໃຈ​ໃນ​ການ​ພົວພັນ​ຮ່ວມ​ມື ເພື່ອ​ການ​ພັດທະນາ​ໃນ​ຄອບຄົວ​ອາ​ຊຽນ​ອີກ​ດ້ວຍ ນາຍົກລັດຖະມົນຕີ​ທັງ​ສອງ​ປະເທດ ໄດ້​ສະແດງ​ຄວາມ​ເພິ່ງ​ພໍໃຈ​ຕໍ່​ສາຍ​ພົວພັນ​ມິດຕະພາບ​ທີ່​ມີ​ມາ​ແຕ່​ດົນ​ນານ ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ ລະຫວ່າງ​ສອງ​ປະເທດ ແລະ ປະຊາຊົນ​ສອງ​ຊາດ ລາວ ແລະ ກຳປູເຈຍ ທີ່​ນັບ​ມື້​ນັບ​ແໜ້ນ​ແຟ້ນ ນາຍົກລັດຖະມົນຕີ​ທັງ​ສອງ ໄດ້​ຕີ​ລາຄາ​ສູງ​ຕໍ່​ໝາກຜົນ​ຂອງ​ການ​ຮ່ວມ​ມື​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ໃນ​ດ້ານ​ຕ່າງໆ ອັນ​ໄດ້​ນຳ​ເອົາ​ຜົນ​ປະໂຫຍດ​ຕົວ​ຈິງ​ມາສູ່​ປະຊາຊົນ​ຂອງ​ທັງ​ສອງ​ປະເທດ ພ້ອມ​ກັນ​ນັ້ນ ຍັງ​ໄດ້​ເນັ້ນ​ເຖິງ​ຄວາມ​ຈຳເປັນ ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ ລະດັບ​ທະວີ​ພາຄີ ກໍ່​ຄື​ພະຫຸ​ພາຄີ.

ຫຼັງ​ຈາກ​ການ​ພົບ​ປະ​ສອງ​ຝ່າຍ​ຢ່າງ​ເປັນ​ທາງ​ການ​ແລ້ວ ສອງ​ນາຍົກລັດຖະມົນຕີ ໄດ້​ເປັນ​ກຽດ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ ໃນ​ພິທີ​ລົງ​ນາມ​ເອກະສານ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະເທດ ຈຳນວນ 7 ສະບັບ​ຄື: ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ສາທາລະນະ​ສຸກ ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ກົດໝາຍ ແລະ ຍຸຕິ​ທຳ ບົດ​ບັນທຶກ​ຄວາມ​ເຂົ້າໃຈ ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ ບົດ​ບັນທຶກ​ຄວາມ​ເຂົ້າໃຈ ວ່າ​ດ້ວຍ​ການ​ສ້າງຕັ້ງ​ສະຖານກົງສູນ​ໃຫຍ່ ລະຫວ່າງ​ສອງ​ປະເທດ ສັນຍາ​ວ່າ​ດ້ວຍ​ການ​ສຶກ​ສາ ສັນຍາ​ວ່າ​ດ້ວຍ​ການ​ພົວພັນ​ລະຫວ່າງ​ນະຄອນຫຼວງ​ວຽງ​ຈັນ ແລະ ນະຄອນຫຼວງ​ພະນົມ​ເປັນ ບົດ​ບັນທຶກ​ວ່າ​ດ້ວຍ​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ ລະຫວ່າງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ ​ສປປ ລາວ ແລະ ກະຊວງ​ພາຍ​ໃນ​ແຫ່ງ ຣາ​ຊະ​ອານາຈັກ​ກຳປູເຈຍ.

ໃນ​ຕອນ​ຄ່ຳ​ຂອງ​ວັນ​ດຽວ​ກັນ ພະນະ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ໄດ້​ຈັດ​ງານ​ລ້ຽງ​ອາຫານ​ຄ່ຳ ເພື່ອ​ເປັນ​ກຽດ​ແກ່​ສົມເດັດ ຮຸນ​ເຊັນ ພ້ອມ​ດ້ວຍ​ຄະນະ ແລະ ຕິດຕາມ​ດ້ວຍ​ການ​ຊົມ​ລາຍ​ການສະແດງ​ສິລະ​ປະ​ຂອງ​ລາວ​ຢ່າງ​ຄຶກຄື້ນ.

ການ​ຢ້ຽມຢາມ ​ສປປ ລາວ ຢ່າງ​ເປັນ​ທາງ​ການ​ຂອງ​ສົມເດັດ ຮຸນ​ເຊັນ ນາຍົກລັດຖະມົນຕີ​ແຫ່ງ ຣາ​ຊະ​ອານາຈັກ​ກຳປູເຈຍ ຄັ້ງ​ນີ້ ຖື​ວ່າ​ເປັນ​ຂີດ​ໝາຍ​ໃໝ່​ແຫ່ງ​ການ​ຮັດ​ແໜ້ນ​ສາຍ​ພົວພັນ ແລະ ການ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື ລະຫວ່າງ​ປະຊາຊົນ​ສອງ​ຊາດ ລາວ ແລະ ກຳປູເຈຍ ໃຫ້​ຈະເລີນ​ງອກ​ງາມ​ຍິ່ງໆ​ຂຶ້ນ.

ຂ່າວຈາກ: vientianemai.net

ລາຍການທີ່ກ່ຽວຂ້ອງ

ສັງຄົມ 6432121036524827707

Post a Comment

emo-but-icon

ຕິດຕາມພວກເຮົາ

ຍອດນິຍົມ

ຕິດຕໍ່ພວກເຮົາທາງ facebook

ປະຊາສຳພັນ




item