-->

ການນຳຂັ້ນສູງເຮົາ ຕ້ອນຮັບນາຍົກລັດຖະມົນຕີ ຣາຊະອານາຈັກກຳປູເຈຍ


ຕອນ​ບ່າຍ​ວັນ​ທີ 6 ກຸມພາ 2014 ນີ້ ທີ່​ທຳ​ນຽບ​ປະທານ​ປະເທດ ພະນະ​ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ປະທານ​ປະເທດ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ ສົມເດັດ​ອັກຄະມະຫາເສນາ​ບໍດີ ເຕ​ໂຈ ຮຸນ​ເຊັນ ນາຍົກລັດຖະມົນຕີ ແຫ່ງ​ຣາ​ຊະ​ອານາຈັກ​ກຳປູເຈຍ ພ້ອມ​ຄະນະ ໃນ​ໂອກາດ​ທີ່​ເດີນທາງ​ມາ​ຢ້ຽມຢາມ ​ສປປ ລາວ ຢ່າງ​ເປັນ​ທາງ​ການ ໃນ​ລະຫວ່າງ​ວັນ​ທີ 6-7 ກຸມພາ​ນີ້.

ໂອກາດ​ດັ່ງກ່າວ​ນີ້ ທ່ານ​ປະທານ​ປະເທດ ໄດ້​ສະແດງ​ຄວາມ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ຕໍ່​ການ​ເດີນທາງ​ມາ​ຢ້ຽມຢາມ ​ສປປ ລາວ ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ແຫ່ງ​ຣາ​ຊະ​ອານາຈັກ​ກຳປູເຈຍ ຄັ້ງ​ນີ້ ຖື​ເປັນ​ຂີດ​ໝາຍ​ໃໝ່​ແຫ່ງ​ການ​ຮັດ​ແໜ້ນ​ສາຍ​ພົວພັນ ແລະ ການ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື ລະຫວ່າງ​ປະຊາຊົນ​ສອງ​ຊາດ ລາວ ແລະ ກຳປູເຈຍ ທີ່​ມີ​ມາ​ແລ້ວ​ນັ້ນ ໃຫ້​ນັບ​ມື້​ຈະເລີນ​ງອກ​ງາມ​ຍິ່ງ​ຂຶ້ນ ພ້ອມ​ນີ້​ທ່ານ​ປະທານ​ປະເທດ ຍັງ​ໄດ້​ສະແດງ​ຄວາມ​ຊົມເຊີຍ​ຕໍ່​ຜົນສຳເລັດ​ຂອງ​ການ​ພົບ​ປະ​ສອງ​ຝ່າຍ ໃນ​ນັ້ນ​ກໍ່​ແມ່ນ ການ​ລົງ​ນາມ​ເຊັນ​ເອກະສານ​ການ​ຮ່ວມ​ມື​ສອງ​ປະເທດ ທີ່​ມີ​ຫຼາຍ​ຂົງເຂດ​ຈຳນວນ​ຫຼາຍ​ສະບັບ​ດ້ວຍ​ກັນ ນີ້​ມັນ​ສະແດງ​ໃຫ້​ເຫັນ​ຜົນສຳເລັດ​ຂອງ​ການ​ຮ່ວມ​ມື​ຂອງ​ສອງ​ປະເທດ ລາວ ແລະ ກຳປູເຈຍ ໃນ​ໄລຍະ​ຜ່ານ​ມາ.

ການ​ພົບ​ປະ​ສອງ​ຝ່າຍ ໄດ້​ດຳເນີນ​ໄປ​ໃນ​ບັນຍາກາດ​ແຫ່ງ ໄມຕີ​ຈິດ​ມິດຕະພາບ​ທີ່​ສະໜິດສະໜົມ​ອົບ​ອຸ່ນ ແລະ ເຂົ້າ​ອົກ​ເຂົ້າໃຈ​ເລິກເຊິ່ງ ຊຶ່ງ​ຕ່າງ​ຝ່າຍ​ກໍ່​ໄດ້​ສະແດງ​ຄວາມ​ເພິ່ງ​ພໍໃຈ ແລະ ຊົມເຊີຍ​ຕໍ່​ສາຍ​ພົວພັນ​ຂອງ​ສອງ​ປະເທດ ທີ່​ເປັນ​ສາຍ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ ແລະ ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະໂຫຍດ ມາສູ່​ປະຊາຊົນ​ສອງ​ຊາດ​ທີ່ແທ້​ຈິງ.

ຕອນ​ທ້າຍ​ທ່ານ​ນາຍົກລັດຖະມົນຕີ​ກຳປູເຈຍ ຍັງ​ໄດ້​ສະແດງ​ຄວາມ​ຂອບ​ອົກ​ຂອບໃຈ​ມາ​ຍັງ​ທ່ານ​ປະທານ​ປະເທດ ທີ່​ໄດ້​ໃຫ້​ກຽດ​ຕ້ອນຮັບ​ຄະນະ​ຢ່າງ​ອົບ​ອຸ່ນ ພ້ອມ​ທັງ​ໄດ້​ແຈ້ງ​ໃຫ້​ທ່ານ​ປະທານ​ປະເທດ​ຊາບ ກ່ຽວ​ກັບ​ຜົນສຳເລັດ​ຂອງ​ການ​ພົບ​ສອງ​ຝ່າຍ.

ເວລາ​ຕໍ່​ມາ​ຂອງ​ວັນ​ດຽວ​ກັນ​ນີ້ ທີ່​ສະພາ​ແຫ່ງ​ຊາດ​ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ຍັງ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ ສົມເດັດ​ອັກຄະມະຫາເສນາ​ບໍດີ ເຕ​ໂຈ ຮຸນ​ເຊັນ ນາຍົກລັດຖະມົນຕີ ແຫ່ງ​ຣາ​ຊະ​ອານາຈັກ​ກຳປູເຈຍ ພ້ອມ​ຄະນະ​ເຊັ່ນ​ດຽວ​ກັນ.

ຕອນ​ບ່າຍ​ເວລາ​ດຽວ​ກັນ​ນີ້ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ກຳປູເຈຍ ກໍ່​ໄດ້​ໄປ​ວາງ​ພວງມາລາ​ທີ່​ອະນຸສາວະລີ​ນັກຮົບ​ນິລະນາມ.

ຂ່າວຈາກ: vientianemai.net

ລາຍການທີ່ກ່ຽວຂ້ອງ

ສັງຄົມ 879143861800922745

Post a Comment

emo-but-icon

ຕິດຕາມພວກເຮົາ

ຍອດນິຍົມ

ຕິດຕໍ່ພວກເຮົາທາງ facebook

ປະຊາສຳພັນ




item