ການຮ່ວມເພດ ບົດຄວາມທົດລອງ

http://livelaos.blogspot.com/2014/02/blog-post.html
ການຮ່ວມເພດ (ເພດສຳພັນ) |
||
|
||
ການຮ່ວມເພດ ຫຼື ເພດສຳພັນທາງອະໄວຍະວະເພດ ໝາຍເຖິງ ການມີຄວາມສຳພັນທາງເພດລະຫວ່າງບຸກຄົນສອງຄົນ ມີຄວາມໝາຍຄວບຄຸມທັງລະຫວ່າງບຸກຄົນຕ່າງເພດ ແລະ ບຸກຄົນເພດດຽວກັນ ເພື່ອສະໜອງຄວາມຕ້ອງການທາງເພດຂອງສອງຝ່າຍ ສ່ວນພຶດຕິກຳຂອງສັດຈະເອີ້ນວ່າ: ການປະສົມພັນ ການຮ່ວມເພດ ຫຼື ການປະສົມພັນເປັນກິດຈະກຳຂອງສັດທີ່ສຶບພັນໂດຍອາໄສເພດ ເປັນກິດຈະກຳທີ່ເລີ່ມຕົ້ນປະຕິສົນທິເພື່ອໃຫ້ກຳເນີດຊີວິດໃໝ່ ການຮ່ວມເພດລະຫວ່າງຊາຍ-ຍິງເກີດຂື້ນເມື່ອອະໄວຍະວະສືບພັນເພດຊາຍເຂົ້າໄປໃນອະໄວຍະວະເພດຍິງ ການສຽດສີລະຫວ່າງອະໄວຍະວະນຳໄປສູ່ຈຸດສຸດຍອດ ຝ່າຍຊາຍຈະຫຼັ່ງອະສຸຈິອອກມາພາຍນອກຮ່າງກາຍ ຫາກອະສຸຈິເຈົ້າໄປພາຍໃນຮວຍໄຂ່ຂອງຝ່າຍຍິງໃນພາວະທີ່ເໝາະສົມອາດເກີດການປະຕິສົນທິເຮັດໃຫ້ຝ່າຍຍິງຖືພາໄດ້. ຂໍ້ມູນທາງສະຖິຕິ ຈາກການສຶກສາຂອງສຳນັກຂ່າວ ເອບີຊີ ໂດຍການສຳຫຼວດພົບວ່າຜູ້ຊາຍຄິດເລື່ອງການຮ່ວມເພດທຸກມື້ 70 ສ່ວນຜູ້ຍິງ 30 ຈຳນວນຄ່າສະເລ່ຍຄູ່ນອນຕະຫຼອດຊີວິດຂອງຜູ້ຊາຍຄື 20 ຄົນ, ສ່ວນຜູ້ຍິງ 6 ຄົນລວມທັງສອງເພດ 13 ຄົນ, ການເຂົ້າໄປເວັບໄຊ໌ກາມມະລົມຂອງຜູ້ຊາຍ 34 ຜູ້ຍິງ 10 ອາຍຸສະເລ່ຍຂອງການມີເພດສຳພັນຄັ້ງທຳອິດທັງສອງເພດຄື 16 ປີ ແລະ ຈາກການສຳຫຼວດພົບວ່າ ມະນຸດຮ່ວມເພດສະເລ່ຍ 110 ຄັ້ງໃນໜຶ່ງປີ ຫຼື ສະເລ່ຍ 2 ຄັ້ງໃນໜຶ່ງອາທິດ. ຂໍ້ມູນຈາກ: ວິກິ |