ບົດຄວາມທົດລອງເລື່ອງ ອາຊຽນ.................

http://livelaos.blogspot.com/2014/02/blog-post_1.html
ອາຊຽນ |
![]() |
ອາຊຽນ ຫຼື ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ASEAN : Association of South East Asian Nations) ໄດ້ກໍ່ຕັ້ງຂື່ນທີ່ ປະເທດໄທຕາມປະຕິຍານບາງກອກ ເມື່ອວັນທີ 8 ສິງຫາ 1967 ຕະຫຼອດໄລຍະເວລາກວ່າ 40 ປີ ອາຊຽນໄດ້ພັດທະນາຄວາມສຳພັນລະຫວ່າງກັນຢ່າງຄ່ອຍເປັນຄ່ອຍໄປ ຈົນກະທັ້ງໃນການປະຊຸມສຸດຍອດອາຊຽນຄັ້ງທີ 9 ເມື່ອເດືອນ ຕຸລາ 2003 ທີ່ບາຫຼີ ປະເທດອີນໂດເນເຊຍ ຜູ້ນຳໄດ້ລົງນາມປະຕິຍານວ່າດ້ວຍຄວາມຮ່ວມມືອາຊຽນ (Declaration of ASEAN Concord II ຫຼື Bali Concord) ເຫັນດີໃຫ້ມີການຈັດຕັ້ງປະຊາຄົມອາຊຽນ (ASEAN Community) ໃນປີ 2020 ໂດຍມີອົງປະກອບ 3 ເສົາຫຼັກຊຶ່ງໄດ້ແກ່: ປະຊາຄົມເສດຖະກິດອາຊຽນ (ASEAN Economic Community: AEC) ຊຶ່ງເປັນເສົາຫຼັກສຳຄັນມີວັດຖຸປະສົງເພື່ອສ້າງຄວາມຮ່ວມມືທາງເສດຖະກິດຊຶ່ງມີຢູ່ແລ້ວໃຫ້ເລິກເຊິ່ງ ແລະ ກວ້າງຂວ້າງ ໂດຍດຳເນີນການໄປພ້ອມໆກັບອີກ 2 ເສົາຫຼັກໄດ້ແກ່ ປະຊາຄົມການເມືອງ ແລະ ຄວາມໝັ້ນຄົງ (ASEAN Security Community) ແລະ ປະຊາຄົມສັງຄົມ ແລະ ວັດທະນະທຳ (ASEAN Socio-Cultural Community) ເພື່ອໃຫ້ສອດຄ່ອງກັບວິໄສທັດອາຊຽນ ຫຼື ASEAN Vision 2020. ການຈັດຕັ້ງປະຊາຄົມເສດຖະກິດອາຊຽນ (ASEAN Economic Community : AEC) ໃນການປະຊຸມສຸດຍອດອາຊຽນຄັ້ງທີ 12 ເມື່ອວັນທີ່ 13 ມັງກອນ 2007 ທີ່ເມືອງເຊບູ ປະເທດຟິລິບປິນ ອາຊຽນໄດ້ປະກາດປະຕິຍານເຊບູວ່າດ້ວຍການເລັ່ງດ່ວນການຈັດຕັ້ງປະຊາຄົມເສດຖະກິດອາຊຽນໃນໄວ້ຂື້ນ ເປັນພາຍໃນປີ 2015 ແລະ ເພື່ອໃຫ້ການດຳເນີນງານມີເປົ້າໝາຍ ແຜນງານ ແລະ ກຳນົດເວລາຊັດເຈນ ອາຊຽນຈຶ່ງໄດ້ເຮັດ AEC Blueprint ຂື້ນ ແລະ ລົງນາມໃນຊ່ວງການປະຊຸມສຸດຍອດອາຊຽນ ຄັ້ງທີ 13 ເມື່ອວັນທີ 20 ພະຈິກ 2007 ປະເທດສິງກະໂປ. ອາດີດ ນັບແຕ່ກໍ່ຕັ້ງອາຊຽນຈົນເຖິງປີ 1992 ພົບວ່າ ອາຊຽນມີຄວາມຮ່ວມືກັນຫຼາຍດ້ານ ລວມທັງການຫຼຸດພາສີລະຫວ່າງສະມາຊິກ ແຕ່ບໍ່ໄດ້ມີຜົນຢ່າງເປັນຮູບປະທຳຈົນກະທັ້ງເຂົ້າສູ່ຍຸກທີ່ສອງ ຫຼື ປະມານເມື່ອ 20 ປີທີ່ແລ້ວ ສະມາຊິກອາຊຽນໄດ້ເລີ່ມຕອບຮັບກະແສການຈັດຕັ້ງເຂດການຄ້າເສລີ ແລະ ມີການຫຼຸດພາສີຢ່າງເປັນຮູບປະທຳພາຍໃຕ້ເຂດການຄ້າເສລີອາຊຽນ (ASEAN Free Trade Area: AFTA) ລວມທັງໄດ້ຮັບສະມາຊິກໃໝ່ເພີ່ມຂື້ນອີກ 4 ປະເທດປະກອບດ້ວຍ: ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ. ປັດຈຸບັນ ອາຊຽນໄດ້ກ້າວສູ່ຍຸກທີ່ 3 ຊຶ່ງມີການລວມໂຕທີ່ສົມບູນຫຼາຍແບບຫຼາຍຂື້ນ, ການລວມໂຕທີ່ວ່ານີ້ ສົ່ງຜົນໃຫ້ເກີດແນວຄິດຂອງການເປັນປະຊາຄົມເສດຖະກິດອາຊຽນ (ASEAN Economic Community: AEC) ໃນທ້າຍປີ 2015 ເປົ້າໝາຍຄືໃຫ້ອາຊຽນມີຕະຫຼາດ ແລະ ຖານການຜະລິດລວມກັນ ແລະ ມີການເຄື່ອນຍ້າຍສິນຄ້າ, ບໍລິການ, ການລົງທຶນ, ເງິນລົງທຶນ ແລະ ແຮງງານມີສີມືຢ່າງເສລີ ແລະ ເພື່ອໃຫ້ບັນລຸເປົ້າໝາຍຂ້າງຕົ້ນ ອາຊຽນຈຶ່ງໄດ້ກຳນົດແຜນງານ (AEC Blueprint) ສຳລັບການດຳເນີນງານໃນພາບລວມໂດຍມີສ່ວນປະກອບ 4 ສ່ວນຫຼັກໄດ້ແກ່: 1. ການເປັນຕະຫຼາດ ແລະ ຖານການຜະລິດດຽວ ໂດຍໃຫ້ມີການເຄື່ອນຍ້າຍສິນຄ້າ, ບໍລິການ, ການລົງທຶນ ແລະ ແຮງງານມີສີມືຢ່າງເສລີ ແລະ ການເຄື່ອນຍ້າຍເງິນທຶນຢ່າງເສລີຫຼາຍຂື້ນ ລວມທັງການສົ່ງເສີມການລວມກຸ່ມສາຂາສຳຄັນຂອງອາຊຽນໃຫ້ເປັນຮູບປະທຳ. 2. ການສ້າງຂີດຄວາມສາມາດໃນການແຂ່ງຂັນທາງເສດຖະກິດຂອງອາຊຽນ ຊຶ່ງໃຫ້ຄວາມສຳຄັນກັບປະເດັນດ້ານນະໂຍບານທີ່ຈະຊ່ວຍສົ່ງເສີມການລວມກຸ່ມທາງເສດຖະກິດເຊັ່ນ: ເລື່ອງນະໂຍບາຍການແຂ່ງຂັນຂອງອາຊຽນ, ການຄຸ້ມຄອງຜູ້ບໍລິໂພກ, ສິດທິໃນຊັບສິນທາງປັນຍາ, ການຄ້າອີເລັກໂຕນິກ, ນະໂຍບາຍພາສີ ແລະ ການພັດທະນາໂຄງສ້າງພື້ນຖານ (ການເງິນ, ການຂົນສົ່ງ, ເຕັກໂນໂລຢີ, ການສື່ສານ ແລະ ພະລັງງານ) 3. ການພັດທະນາເສດຖະກິດຢ່າງສະເໝີພາບ ໂດຍການພັດທະນາຜູ້ປະກອບການຂະໜາດກາງ ແລະ ຂະໜາດນ້ອຍ (SMEs) ແລະ ການເສີມສ້າງຂີດຄວາມສາມາດຜ່ານໂຄງການຕ່າງໆເຊັ່ນ: ໂຄງການເລີ່ມຕົ້ນເພື່ອການຮ່ວມກຸ່ມຂອງອາຊຽນ (Initiative for ASEANIntegration: IAI) ເພື່ອຫຼຸດຊ່ອງວ່າງການພັດທະນາທາງເສດຖະກິດ. 4. ການພັດທະນາໃຫ້ເຂົ້າກັບເສດຖະກິດໂລກ ເນັນການປັບປະສານນະໂຍບາຍເສດຖະກິດຂອງອາຊຽນກັບປະເທດພາຍນອກພູມມິພາກ ເພື່ອໃຫ້ອາຊຽນມີທ່າທີຮ່ວມກັນຢ່າງຈະແຈ້ງເຊັ່ນ: ການຈັດສ້າງເຂດການຄ້າເສລີຂອງອາຊຽນກັບປະເທດຄູ່ເຈລະຈາຕ່າງໆເປັນຕົ້ນ. ລວມທັງສົ່ງເສີມການສ້າງເຄືອຂ່າຍໃນດ້ານການຜະລິດ/ຈຳໜ່າຍພາຍໃນພູມມິພາກໃນເຊື່ອມໂຍງກັບເສດຖະກິດໂລກ. ເພື່ອໃຫ້ການຈັດຕັ້ງເປັນປະຊາຄົມເສດຖະກິດດອາຊຽນປະສົບຄວາມສຳເລັດຕາມເປົ້າໝາຍທີ່ກຳນົດໄວ້ ສະມາຊິກອາຊຽນລວມທັງປະເທດລາວມີພັນທະຕ້ອງດຳເນີນການເພື່ອໃຫ້ເປັນໄປຕາມເປົ້າໝາຍທີ່ຕັ້ງໄວ້ ໂດຍສະເພາະການດຳເນີນງານໃຫ້ອາຊຽນເປັນຕະຫຼາດ ແລະ ຖານການຜະລິດດຽວກັນ ຊຶ່ງຢູ່ພາຍໃຕ້ການກຳກັບເບິ່ງແຍງຈາກການຕົກລົງສຳຄັນ 3 ສະບັບຄື: 1. ການຕົກລົງການຄ້າສິນຄ້າຂອງອາຊຽນ (ASEAN Trade in Goods Agreement) ຫຼື ATIGA ກຳນົດໃຫ້ສະມາຊິກຕ້ອງຫຼຸດພາສີສິນຄ້າໃນບັນຊີຫຼຸດພາສີ (Inclusion List: IL) ໃຫ້ໝົດພາຍໃນປີ 2010 ແລະ ໃຊ້ມາດຕະການທີ່ບໍ່ແມ່ນພາສີຜ່ານແດນໄດ້ສະເພາະເລື່ອງທີ່ຈຳເປັນ 2. ການຕົກລົງວ່າດ້ວຍການຄ້າບໍລິການຂອງອາຊຽນ (ASEAN Framework Agreement on Service) ຫຼື AFAS ກຳນົດໃຫ້ສະມາຊິກຕ້ອງເລີ່ມທະຍອຍເປີດຕະຫຼາດບໍລິການຊຶ່ງ ASEAN Blueprint ກຳນົດໃຫ້ສະມາຊິກຕ້ອງເປີດຕະຫຼາດໃຫ້ສະມາຊິກອາຊຽນອື່ນສາມາດຖືຫຸ້ນເຖິງຮ້ອຍລະ 70 ຍົກເວັ້ນໃນຂາສາທີ່ເຫັນວ່າອ່ອນໄຫວ 3. ການຕົກລົງວ່າດ້ວຍການລົງທຶນອາຊຽນ (ASEAN Comprehensive Investment Agreement) ຫຼື ACIA ກຳນົດໃຫ້ເປີດເສລີ ແລະ ໃຫ້ການປະຕິບັດຄືກັບຄົນໃນຊາດໃນສາຂາທີ່ຕົກລົງກັນ 5 ປະເພດຄື: ກະສິກຳ, ປະມົງ, ປ່າໄມ້, ບໍ່ແຮ່ ແລະ ອຸດສາຫະກຳການຜະລິດ ລວມທັງໃຫ້ຄວາມຄຸ້ມຄອງການສົ່ງເສີມ ແລະ ການອຳນວຍຄວາມສະດວກດ້ານການລົງທຶນແກ່ສະມາຊິກອາຊຽນໃນ 5 ສາຂາທີ່ກ່າວມາຂ້າງຕົ້ນ. ນອກຈາກພັນທະກໍ່ລະນີຕາມການຕົກລົງຂ້າງເທິງທີ່ມີສ່ວນຊຸກດັນໃຫ້ອາຊຽນຫຼອມລວມເປັນປະຊາຄົມເສດຖະກິດອາຊຽນແລ້ວ ຍັງມີພັນທະກໍລະນີອື່ນໆທີ່ທັງລາວ ແລະ ອາຊຽນຕ້ອງດຳເນີນການໄດ້ແກ່ ການອຳນວຍຄວາມສະດວກດ້ານການເຄື່ອນຍ້າຍເງິນທຶນ ແລະ ແຮງງານສີມື ການໃຫ້ວາມຮ່ວມມືໃນສາຂາຕ່າງໆ ເຊັ່ນ ດ້ານກຳສິກຳ, ອາຫານ ແລະ ປ່າໄມ້ ຄວາມຮ່ວມມືດ້ານຊັບສິນທາງປັນຍາ, ການພັດທະນາດ້ານໂຄງສ້າງພື້ນຖານ (ການຄົມມະນາຄົມ, ເຕັດໂນໂລຢີການສື່ສານ,ພະລັງງານ) ຄວາມຮ່ວມມືດ້ານບໍ່ແຮ່, ການຄ້າອີເລັກໂຕນິກ, ຄວາມຮ່ວມມືດ້ານການເງິນ, ຄວາມຮ່ວມມືດ້ານວິສາຫະກິດຂະໜາດກາງແລະຂະໜາດນ້ອຍເປັນຕົ້ນ. |