-->

ຄະນະ​ກຳມະການ​ຮ່ວມ​​ແມ່ນ້ຳຂອງສາກົນຫາລືກ່ຽວ​ກັບໂຄງການ​ເຂື່ອນ​ໄຟຟ້າ​ດອນ​ສະ​ໂຮງ

ຂ່າວ

ຄະນະ​ກຳມະການ​ຮ່ວມ​​ແມ່ນ້ຳຂອງສາກົນຫາລືກ່ຽວ​ກັບ
ໂຄງການ​ເຂື່ອນ​ໄຟຟ້າ​ດອນ​ສະ​ໂຮງ



​ໃນ​ວັນ​ທີ 16 ມັງກອນ 2014 ​ຄະນະ​ກຳມະການ​ຮ່ວມ​ຂອງ​ຄະນະ​ກຳມາ​ທິການ​ແມ່ນ້ຳຂອງ​ສາກົນ ​ໄດ້​ຈັດ​ກອງ​ປະຊຸມພິ​ເສດ​ຂອງຕົນ​ຂຶ້ນ ​ເພື່ອ​ປຶກສາ ​ຫາລື​ກ່ຽວ​ກັບ​ໂຄງການ​ເຂື່ອນ​ໄຟຟ້າ​ດອນ​ສະ​ໂຮງ ທັງ​ນີ້ ​ເພື່ອ​ແນ​ໃສ່​ ໃຫ້ບັນດາ​ປະ​ເທດ​ສະມາຊິກ ​ໄດ້​ແລກປ່ຽນ​ຄວາມ​ຄິດ​ເຫັນຮ່ວມ ​ກັນກ່ຽວກັບ ຂັ້ນຕອນ ໃນການດຳເນີນວຽກ, ​ໂດຍ​ອີງ​ໃສ່​ສັນຍາ​ແມ່ນ້ຳຂອງທີ່​ບັນດາ​ປະ​ເທດ​ສະມາຊິກ​ໄດ້​ເຊ​ັນຮ່ວມ​ກັນ​ໃນ​ປີ 1995.
ທ່ານ​ນາງ ມອນ​ມະນີ ຍອຍ​ບົວ​ກອງ ຫົວໜ້າ​ກອງ​ເລຂາ​ຄະນະ​ກຳມະການ​ແມ່ນ້ຳຂອງ ​ແຫ່ງ​ຊາດ​ລາວ ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ວ່າ: ​ໃນ​ກອງ​ປະ ຊຸມ​ບັນ ດາ​ປະ​ເທດ​ສະມາຊິກ​ໄດ້​ມີ​ຂໍ້​ສະ​ເໜີອັນ​ສ້າງສັນຕໍ່ ສປປ ລາວ ວ່າ: ​ໂຄງການ​ເຂື່ອນ​ໄຟຟ້າ​ດອນ​ສະ​ ໂຮງ​ຄວນ​ດຳ​ເນີນການ​ໃນ​ຂັ້ນ ຕອນຂະ​ບວນການ ​ປຶກສາ​ຫາລື​ກັນ​ລ່ວງ​ໜ້າ, ໝາຍ​ຄວາມ​ວ່າ ກ່ອນ​ຈະ​ດຳ​ເນີນ​ການ​ໃດໆ ກ່ຽວ​ກັບ​​ໂຄງການ​ຕ້ອງ​ໄດ້​ມີ​ການ​ປຶກສາ​ຫາ ລື​ກັບ​ບັນດາ​ປະ ​ເທດສະມາຊິກ ກ່ອນ​ລ່ວງ ​ໜ້າ, ​ແຕ່​ໃນ​ຈຸດ​ນີ້ ສປປ ລາວ ​ໄດ້​ຢືນຢັນ​ວ່າ ຄວນ​ດຳ​ເນີນ​ໃນ​ຂະ​ບວນການ​ແຈ້ງ​ໃຫ້​ກັນຊາ​ບ ​ເນື່ອງ​ຈາກ​ວ່າທີ່​ຕັ້ງ, ຈຸດ​ພິ​ເສດ ​ແລະ ສະພາບ​ແວດ ​ລ້ອມ​ຂອງ​ໂຄງການ​ເຂື່ອນ​ໄຟຟ້າ​ດອນ​ສະ​ໂຮງ ​ແມ່ນ​ຈະ​ບໍ່​ສົ່ງ​ຜົນ​ກະທົບ​ທາງ​ດ້ານ​ສິ່ງ​ແວດ​ລ້ອມ ຫລື ຄວາມ​ຍືນຍົງ​ຂອງ​ແມ່ນ້ຳຂອງ. ດັ່ງນັ້ນ ກອງ​ປະຊຸມ ​ຈຶ່ງ​ມີ​ຄວາມ​ ເຫັນ​ເປັນ​ເອກະ​ພາບ ​ກັນ​ວ່າຈະ​ສະ​ເໜີ​ຄວາມ​ຄິດ​ເຫັນ​ດັ່ງກ່າວ ຕໍ່ ລັດຖະມົນຕີຄະນະ​ກຳມາ​ທິການ​ແມ່ນ້ຳຂອງ​ສາກົນ.
ກອງ​ປະຊຸມ​ປຶກສາ​ຫາລື​ຄັ້ງນີ້ ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫລວງ​ແກ່ ສປປ ລາວ ​ເພາະ​ຄຳ​ຄິດ​ເຫັນ​ຂອງ​ບັນດາ​ປະ​ເທດ​ສະມາຊິກລ້ວນ​ແຕ່​ສ້າງສັນ ​ເພື່ອ​ແນ​ໃສ່​ໃຫ້​ໂຄງການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ດອນ​ສະ​​ໂຮງ​ມີ​ຄວາມ​ຍືນ​ຍົງ, ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ຮັບປະກັນ​ໄດ້​ຄວາມ​ຍືນ​ຍົງ​ຂອງ​ອ່າງ​ແມ່ນ້ຳຂອງ. ພ້ອມ​ນີ້ກອງ​ປະຊຸມ​ຍັງ​ໄດ້ຮັບຮອງ​ເອົາ​ຂອບ​ເຂດ​ໜ້າ​ວຽກ​ຂອງ​ການ​ສຶກສາ, ຄຸ້ມ​ຄອງ ​ແລະ ພັດທະນາ​ອ່າງ​ແມ່ນ້ຳຂອງ​ໃຫ້​ມີ​ຄວາມ​ຍືນ​ຍົງ, ມີ​ການ​ຮັບຮອງ​ເອົາ​ຂອບ​ເຂດ​ໜ້າ​ວຽກ​ຂອງ​​ຄະນະ​ກຳມະການ​ຮ່ວມ​ຂອງ​ຄະນະ​ກຳມາ​ທິການ​ແມ່ນ້ຳຂອງ​ສາກົນ.

ລາຍການທີ່ກ່ຽວຂ້ອງ

ເສດຖະກິດ 2463151999522484276

Post a Comment

emo-but-icon

ຕິດຕາມພວກເຮົາ

ຍອດນິຍົມ

ຕິດຕໍ່ພວກເຮົາທາງ facebook

ປະຊາສຳພັນ




item