-->

ອົງການ ດີວີວີ ເຢຍລະມັນ ສືບຕໍ່ຊ່ວຍເຫລືອ ດ້ານການສຶກສານອກໂຮງຮຽນ ໃນລາວ

ອົງການຮ່ວມມືນາໆຊາດ ເພື່ອການສຶກສາຜູ້ໃຫຍ່ຂອງເຢຍລະມັນ (DVV International) ປະຈຳພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກ ສ່ຽງໃຕ້ ໄດ້ມອບປະຕິທິນ ແລະ ປຶ້ມບັນທຶກສຳລັບປີ 2014 ພ້ອມດ້ວຍຈົດໝາຍຂ່າວ ລວມມູນຄ່າປະມານ 100 ລ້ານກີບ ໃຫ້ກົມສຶກສາອອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ ເພື່ອນຳໄປແຈກຢາຍໃຫ້ບັນດາພະນັກງານຄຸ້ມຄອງບໍລິຫານ ແລະ ຄູ-ອາຈານຢູ່ຂັ້ນສູນກາງ, ແຂວງ, ເມືອງ ແລະ ບ້ານ ຊຶ່ງການແຈກຢາຍເຄື່ອງດັ່ງກ່າວ ແມ່ນມີຂຶ້ນ ໃນທຸກໆປີໂດຍການສະໜັບສະໜູນຂອງອົງການດັ່ງກ່າວ.


ພິທີມອບ-ຮັບປະຕິທິນ ແລະ ປຶ້ມບັນທຶກສຳລັບປີ 2014 ພ້ອມດ້ວຍຈົດໝາຍຂ່າວ ໃນຄັ້ງນີ້ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 5 ກຸມພາ 2014 ທີ່ ອົງການຮ່ວມມືນາໆຊາດ ເພື່ອການສຶກສາຜູ້ໃຫຍ່ຂອງເຢຍລະມັນ ປະຈຳພາກພື້ນອາຊີໃຕ້ ແລະ ອາຊີຕາເວັນ ອອກສ່ຽງໃຕ້ ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ຊຶ່ງມອບໂດຍ ທ່ານ ດຣ. ຫັນ ກຸບເປີ (Hans Kueppers) ຜູ້ຕາງໜ້າສະຖານທູດເຢຍລະມັນປະຈຳລາວ ແລະ ຮັບໂດຍ ທ່ານ ດຣ. ກ້າ ສະເຫລີມສຸກ ຫົວໜ້າກົມສຶກສານອກ ໂຮງຮຽນ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເຫັນສັກຂີພິຍານນັ້ນ, ທ່ານ ລີຕູ ບົວປາວ ລັດຖະມົນຕີຊ່ວຍວ່າການກະຊວງສຶກ ສາທິການ ແລະ ກິລາ ໄດ້ກ່າວສະແດງຄວາມຂອບອົດຂອບໃນມາຍົງອົງການ DVV International ທີ່ໄດ້ໃຫ້ການສະໜັບສະ ໜູນທາງດ້ານການສຶກສາຢູ່ ສປປ ລາວ ໃນຕະຫລອດໄລຍະຜ່ານມາ ກໍຄືປະຈຸບັນ ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນ ການພັດທະນາດ້ານການສຶກສາຢູ່ ສປປ ລາວ. ພ້ອມນີ້ ທ່ານໄດ້ຊີ້ແຈງເຖິງຜົນສຳເລັດວຽກງານການສຶກສາໃນຫລາຍດ້ານ ຂອງລັດຖະບານ ແລະ ໃຫ້ການສະໜັບສະໜູນໂອກາດທາງດ້ານການສຶກສາຢູ່ໃນຕົວເມືອງ ແລະ ເຂດຊົນນະບົດ. ແຕ່ເຖິງຢ່າງ ໃດກໍດີຢູ່ເຂດຊົນນະບົດຫ່າງໄກສອກຫລີກ ຍັງຕ້ອງການໂຮງຮຽນທີ່ດີສຳລັບເດັກນ້ອຍ ເຊັ່ນດຽວກັບວຽກງານການຮຽນຮູ້ໜັງ ສື ແລະ ການສຶກສານອກໂຮງຮຽນ ສຳລັບເດັກນ້ອຍທີ່ບໍ່ມີໂອກາດ ແລະ ຕົກຫລົ່ນຈາກການເຂົ້າຮຽນ.

ໃນໂອກາດດຽວກັນນີ້, ກໍໄດ້ຈັດກອງປະຊຸມສົນທະນາ ກ່ຽວກັບຄຸນນະພາບການສຶກສາ ແລະ ການຮຽນຮູ້ຕະຫລອດຊີວິດເພື່ອທຸກຄົນ ທັງນີ້ ກໍເພື່ອ ກຽມຄວາມພ້ອມຂອງວຽກງານການສຶກສານອກໂຮງຮຽນ ເຂົ້າໃສ່ແຜນພັດທະນາການສຶກສາ ຂອງກະຊວງສຶກສາທິການ ແລະ ກິລາ ທີ່ຈະກວມເອົາ ແຕ່ປີ 2016-2020 ແລະ ໃນກອງປະຊຸມ ທ່ານ ສຈ.ດຣ ເຮີຣິເບີດ ຮິນເຊິນ ຜູ້ອຳນວຍການ DVV International ປະຈຳພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ໄດ້ລາຍງານໃນກອງປະຊຸມ ຈາກການເຂົ້າຮ່ວມສຳມະນາກັບ ອົງການອຸຍແນັດສະໂກ ຫລາຍຄັ້ງທີ່ທ່ານໄດ້ເຂົ້າຮ່ວມໃນປີ ທີ່ຜ່ານມາວ່າ: ຄຸນນະພາບການສຶກສາ ແລະ ການຮຽນຮູ້ຕະຫລອດຊີວິດສຳລັບທຸກຄົນ ອາດມີຈຸດມຸ່ງໝາຍໂດຍລວມສຳລັບການສຶກສາ ແລະ ການພັດທະນາ ເປົ້າໝາຍໃນອະນາຄົດຂອງວາລະກອງປະຊຸມ ແລະ ມັນຈະເປັນການດີທີ່ຈະມີແຜນການພັດທະນາຂະແໜງການສຶກສາຂອງ ລາວ ທີ່ສອດຄ່ອງກັບວາລະກອງປະຊຸມເຫລົ່ານີ້ ຊຶ່ງຈະໄດ້ຮັບການຕົກລົງເຫັນດີໃນຕອນທ້າຍ ຢູ່ກອງປະຊຸມການສຶກສາໂລກ ຕໍ່ໄປໃນປະເທດ ສ.ເກົາຫລີ ທີ່ຈະຈັດຂຶ້ນໃນເດືອນ ພຶດສະພາ 2015.

ລາຍການທີ່ກ່ຽວຂ້ອງ

ສັງຄົມ 359086646156163347

Post a Comment

emo-but-icon

ຕິດຕາມພວກເຮົາ

ຍອດນິຍົມ

ຕິດຕໍ່ພວກເຮົາທາງ facebook

ປະຊາສຳພັນ




item