-->

ລາວ-ອາ​ເມ​ລິ​ກາ ຕີ​ລາຄາ​ຄືນ​ການ​ຮ່ວມ​ມື​ສອງ​ຝ່າຍ

ກອງ​ປະຊຸມ​ປຶກສາ​ຫາລື​ຮອບດ້ານ ຄັ້ງທີ V ລາວ-ອາ​ເມ​ລິ​ກາ ​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ກຸມພາ 2014 ທີ່​ກະຊວງ​ການ​ຕ່າງປະ​ເທດ​, ນະຄອນຫລວງ ​ວຽງ​ຈັນ, ​ເພື່ອ​ຕີ​ລາຄາ​ຄືນ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ ລະ​ຫວ່າງ​ ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານມາ ຊຶ່ງຄະນະ​ຜູ້​ແທນ​ຝ່າຍ​ລາວ ນຳ​ໂດຍ ທ່ານ ບຸນ​ເກີດ ສັງ​ສົມ​ສັກ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຝ່າຍ​ອາ​ເມ​ລິ​ກາ ນຳ​ໂດຍ ທ່ານ ສະ​ກອດ ມາກຊຽວ (Scot Marciel) ຮອງ​ຜູ້​ ຊ່ວຍ​ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ​ອາ​ເມ​ລິ​ກາ. ກອງ​ປະຊຸມ​ດັ່ງກ່າວ ​ແມ່ນ​ກົນ​ໄກ​ການ​ຊຸກຍູ້ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ ​ປະ​ເທດ​ທີ່​ດຳ​ເນີນ​ປົກກະຕິ ປີ​ລະຄັ້ງ​ໃນ​ລະດັບ​ການ​ນຳ​ຂອງ​ກະຊວງ​ການ​ຕ່າງປະ​ເທດ.

ໃນ​ວາລະກອງ​ປະຊຸມ​ ຄະນະຜູ້​ແທນ​ສອງ​ຝ່າຍ​ໄດ້​ສະຫລຸບ​ຕີ​ລາຄາ​ຄືນ​ການ​ພົວພັນ​ຮ່ວມ​ມື​ ລະຫວ່າງ​ ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ​ໂດຍ​ສະ​ເພາະ ​ນັບ​ແຕ່​ກອງ​ປະຊຸມ​ປຶກສາ​ຫາລື​ຮອບດ້ານ​ລາວ-ອາ​ເມ​ລິ​ກາ ຄັ້ງທີ IV ທີ່​ວໍ​ຊິງ​ຕັນ ດີ​ຊີ ​ໃນ​ປີ 2012, ສອງ​ຝ່າຍ​ໄດ້​ລົງ​ເລິກ​ປຶກສາ​ຫາລື ​ແລະ ​ແລກ ປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ນຳ​ກັນ​ຢ່າງ​ກວ້າງຂວາງ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ​ໃນ​ຂອບ​ການ​ຮ່ວມ​ມື​ສອງ​ຝ່າຍ ​ແລະ ບັນຫາ​ພາກພື້ນ​ເຊັ່ນ: ການ​ຮ່ວມ​ມື​ຂອງ ສປປ ລາວ ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ບົດບາດ​ການ​ປະກອບສ່ວນ​ຂອງ​ອາ​ເມ​ລິ​ກາ​ໃນ​ອາ​ຊຽນ ​ແລະ ອາຊີ-ປາຊີ​ຟິກ; ນອກ​ນັ້ນ, ​ໃນ​ຂົງ​ເຂດ​ການ​ຮ່ວມ​ມື​ສ​ອງ ຝ່າຍລາວ-ອາ​ເມ​ລິ​ກາ ກໍ​ໄດ້​ປຶກສາ​ຫາລື​ກັນ​ໃນ​ວຽກ​ງານ​ການ​ຊອກ​ຄົ້ນ​ຫາ​ສິ່ງ​ເສດ​ເຫລືອຂອງ​ທະຫານ​ອາ​ເມ​ລິ​ກາ ທີ່​ຫາຍ​ ສາບ​ສູນ​ໃນ​ປາງ​ສົງຄາມ, ບັນຫາ​ຂຸດ​ຄົ້ນ​ລະ​ເບີດ​ຝັງ​ດິນ​ທີ່​ບໍ່​ທັນ​ແຕກ, ການ​ຮ່ວມ​ມື​ດ້ານ​ສາທາລະນະ​ສຸກ, ສິ່ງ​ແວດ​ລ້ອມ, ການ​ຊຸກຍູ້​ສົ່ງ​ເສີມ​ການ​ພົວພັນ​ ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ ລະຫວ່າງ​ສອງ​ປະ​ເທດ ພາຍຫລັງ ສປປ ລາວ ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ ​ໃນ​ຕົ້ນ​ປີ 2013 ທີ່​ຜ່ານ​ມາ ​ແລະ ທິດ​ທາງ​ການ​ຮ່ວມ​ມື​ກັນ​ໃນ​ອະນາຄົດ.

ຜ່ານ​ການ​ປຶກສາ​ຫາລື ສອງ​ຝ່າ​ນມີ​ຄວາມ​ເປັນ​ເອກະ​ພາບ​ກັນ​ວ່າ: ການ​ພົວພັນ​ຮ່ວມ​ມື​ສອງ​ປະ​ເທດ​ໃນ​ປະຈຸ​ບັນ​ມີ​ທ່ວງທ່າ​ອັນ​ດີ ​ແລະ ມີ​ບາດກ້າວ​ຂະ ຫຍາຍຕົວ​ໃໝ່. ສະຫະລັດ​ອາ​ເມ​ລິ​ກາ ​ໄດ້​ຢືນຢັນ​ທີ່​ຈະ​ສືບຕໍ່​ສະໜັບສະໜູນ ​ແລະ ​ໃຫ້ການ​ຮ່ວມ​ມື​ອັນ​ດີ​ກັບ ສປປ ລາວ​ ​ໃນ​ອະນາຄົດ ​ແລະ ຈະ​ປະ ກອບສ່ວນ​ຢ່າງ​ເໝາະ​ສົມ​ເຂົ້າ​ໃນ​ບັນດາ​ໂຄງການ​ຕ່າງໆ​ທີ່​ອາ​ເມ​ລິ​ກາ ​ມີ​ສ່ວນ​ຮ່ວມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ກໍ​ຄື​ບັນດາ​ປະ​ເທດ​ໃນ​ພາກພື້ນອາຊີ-ປາຊີ​ຟິກ.

ລາຍການທີ່ກ່ຽວຂ້ອງ

ສັງຄົມ 3420977984353878822

Post a Comment

emo-but-icon

ຕິດຕາມພວກເຮົາ

ຍອດນິຍົມ

ຕິດຕໍ່ພວກເຮົາທາງ facebook

ປະຊາສຳພັນ




item